Presentation is loading. Please wait.

Presentation is loading. Please wait.

11/22/2018 ບົດທີ8: ອິນເຕີເນັດ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (The Internet Electronic Commerce and Electronic Business) ອິນເຕີເນັດໄດ້ສ້າງໂອກາດທີ່ໜ້າສົນໃຈຕ່າງໆໃນການຈັດຕັ້ງ.

Similar presentations


Presentation on theme: "11/22/2018 ບົດທີ8: ອິນເຕີເນັດ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (The Internet Electronic Commerce and Electronic Business) ອິນເຕີເນັດໄດ້ສ້າງໂອກາດທີ່ໜ້າສົນໃຈຕ່າງໆໃນການຈັດຕັ້ງ."— Presentation transcript:

1 11/22/2018 ບົດທີ8: ອິນເຕີເນັດ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (The Internet Electronic Commerce and Electronic Business) ອິນເຕີເນັດໄດ້ສ້າງໂອກາດທີ່ໜ້າສົນໃຈຕ່າງໆໃນການຈັດຕັ້ງ ແລະ ດໍາເນີນທຸລະກິດທີ່ກໍ່ໃຫ້ເກີດມີການປ່ຽນແປງຢູ່ໃນອົງກອນ ແລະ ໃນຊີວິດປະຈໍາວັນ 11/22/2018 ອຈ. ອາມອນ ຈັນທະພາວົງ

2 ເນື້ອໃນຂອງບົດຮຽນ 8.1 ອິນເຕີເນັດ (The Internet)
8.1.1 ນິຍາມອິນເຕີເນັດ (Definition of the Internet) 8.1.2 ເທັກໂນໂລຊີອິນເຕີເນັດ ແລະ ຄວາມສາມາດຂອງມັນ (Internet Technology and their Capabilities) 8.1.3 The World Wide Web 8.1.4 The Intranets ແລະ Extranets 8.1.5 ປະໂຫຍດຂອງ Intranets ທີ່ມີຕໍ່ອົງກອນ 11/22/2018 ອຈ. ອາມອນ ຈັນທະພາວົງ

3 ເນື້ອໃນຂອງບົດ(ຕໍ່) 8.2 ອິນເຕີເນັດ ແລະ ການຄ້າແບບເອເລັກໂທຣນິກ (The Internet and Electronic Commerce) ຕົວແບບຂອງທຸລະກິດດ້ວຍອິນເຕີເນັດ (Internet Business Models) ການຄ້າແບບເອເລັກໂທຣນິກລະຫວ່າງທຸລະກິດກັບທຸລະ ກິດ: ປະສິດຕິຜົນ ແລະ ການພົວພັນໃໝ່ (Business to Business Electronic Commerce: New Efficiencies and Relationships) 11/22/2018 ອຈ. ອາມອນ ຈັນທະພາວົງ

4 8.1 ອິນເຕີເນັດ (The Internet)
ເປັນລະບົບເຄືອຂ່າຍຄອມພິວເຕີທີ່ໃຫຍ່ທີ່ສຸດ ເກີດຈາກການເຊື່ອມຕໍ່ຫຼາຍໆເຄືອຂ່າຍໃນທົ່ວໂລກເຂົ້າໃສ່ກັນ ຜູ້ໃຊ້ສາມາດເອີ້ນໃຊ້ຂໍ້ມູນຈາກເຄືອຂ່າຍຕ່າງໆໄດ້. ເປັນຖານຂໍ້ມູນລະດັບໂລກ. ເປັນບ່ອນແລກປ່ຽນຂ່າວສານຂໍ້ມູນກັນໄດ້ຢ່າງວ່ອງໄວທົ່ວໂລກ. 11/22/2018 ອຈ. ອາມອນ ຈັນທະພາວົງ

5 ຕົວຢ່າງການສະແດງຮູບຮ່າງຂອງ Internet
11/22/2018 ອຈ. ອາມອນ ຈັນທະພາວົງ

6 8.1.1 ນິຍາມອິນເຕີເນັດ (Definition of the Internet)
ມີຕົ້ນກໍາເນີດຈາກເຄືອຂ່າຍຂອງກະຊວງປ້ອງກັນຊາດຂອງສະຫະລັດ ເຊິ່ງເຊື່ອມຕໍ່ກັບນັກວິທະຍາສາດ ແລະ ອາຈານສອນໃນມະຫາວິທະຍາໄລໃນທົ່ວໂລກເຂົ້າດ້ວຍກັນ. Internet ບໍ່ມີຜູ້ຄຸ້ມຄອງຢ່າງເປັນທາງການ. ບໍລິສັດໃຫ້ການບໍລິການອິນເຕີເນັດ (Internet Service Provider) ມີໜ້າທີ່ເຊື່ອມຕໍ່ຄອມພິວເຕີຂອງຜູ້ໃຊ້ ແລະ ຄວບຄຸມການຈໍລະຈອນສັນຍານຕ່າງໆໃຫ້ສາມາດເຂົ້າໃຊ້ອິນເຕີເນັດ ໂດຍການຂື້ນທະບຽນ ແລະ ຍອມຮັບມາດຕະ ຖານສົນທິສັນຍາຂອງ TCP/IT. ຜູ້ໃຊ້ຈະໄດ້ຈ່າຍຄ່າທໍານຽມປະຈໍາເດືອນເພື່ອເຊື່ອມຕໍ່ເນັດ, ເສຍຄ່າເຄືອຂ່າຍ ແລະ ຄ່າໂທລະສັບທີ່ໃຊ້ເຊື່ອມຕໍ່. 11/22/2018 ອຈ. ອາມອນ ຈັນທະພາວົງ

7 8.1.2 ເທັກໂນໂລຊີ Internet (Internet Technology)
Internet ໄດ້ນໍາໃຊ້ເຕັກໂນໂລຊີຂອງ Client/Server. ຜູ້ໃຊ້ຈະຢູ່ໃນຝ່າຍຂອງ Client ແລະ ຜູ້ບໍລິການຈະຢູ່ໃນຝ່າຍຂອງ Server. Client ແມ່ນລະບົບຄອມພິວເຕີທີ່ມີບັນດາ Program ນໍາໃຊ້ຕ່າງໆ ໂດຍໃຊ້ GUI ເປັນບ່ອນເຂົ້າໄປຫາ Server. Server ເປັນບ່ອນເກັບຮັກສາຂໍ້ມູນຂ່າວສານ ແລະ Program ຕ່າງໆ ເພື່ອກຽມໃຫ້ບໍລິການແກ່ການເອີ້ນໃຊ້ຂອງຜູ້ໃຊ້ (Client). 11/22/2018 ອຈ. ອາມອນ ຈັນທະພາວົງ

8 ການເຊື່ອມຕໍ່ເຂົ້າສູ່ Internet ໂດຍຜ່ານບໍລິສັດໃຫ້ການບໍລິການ (ISP)
MicroInfo ¦¾¨Âê콦ñ® À£õº£È¾¨Âê콦ñ® 11/22/2018 ອຈ. ອາມອນ ຈັນທະພາວົງ

9 ຄວາມສາມາດຂອງ Internet (the Capabilities of Internet)
ດັ່ງໄດ້ຮູ້ແລ້ວວ່າການສົ່ງຂໍ້ມູນຂ່າວສານເທິງອິນເຕີເນັດຕ້ອງໄດ້ຜ່ານມາດຕະຖານ TCP/IP ເພື່ອໃຫ້ສາມາດໃຊ້ອຸປະກອນທຸກຢ່າງທີ່ເຊື່ອມໂຍງກັບອິນເຕີເນັດ. ດັ່ງນັ້ນໃນການສົ່ງຂໍ້ມູນແຕ່ລະຊະນິດເຊັ່ນ: ສົ່ງ Files, , VDO, WEB ກໍຕ້ອງຜ່ານມາດຕະຖານສໍາລັບ Program (Program Protocol) ຄື: FTP(File Transfer Protocol) ສໍາລັບການສົ່ງ Files HTTP(Hypertext Transfer Protocol) ສໍາລັບການສະແດງ Web sites POP3(Post Office Protocol) ສໍາລັບໃຊ້ເກັບຈົດໝາຍ electronic ໄວ້ໃນ ISPs mail server ເພື່ອລໍຖ້າການດຶງອອກໄປ SMTP(Simple Mail Transfer Protocol) ໃຊ້ສົ່ງ ຜ່ານ Internet 11/22/2018 ອຈ. ອາມອນ ຈັນທະພາວົງ

10 ຄວາມສາມາດຂອງ Internet (ຕໍ່) (the Capabilities of Internet)
Archie: ແມ່ນເຄື່ອງມືທີ່ຊ່ວຍໃນການຊອກຫາ Files ໃນ FTP ຫຼື Archie servers Usenet Newsgroup (Forums 1): ເຄື່ອງສື່ສານສໍາລັບສົນທະນາໂດຍໃຊ້ກະດານຂ່າວ Listserv (Forums 2): ເຄື່ອງສື່ສານສໍາລັບສົນທະນາໂດຍໃຊ້ ແທນກະດານຂ່າວ Chatting: ເຄື່ອງມືສື່ສານທີ່ອະນຸຍາດໃຫ້ສອງຄົນຂື້ນໄປສາມາດສື່ ສານກັນໄດ້ດ້ວຍການສົ່ງຂໍ້ຄວາມແບບສົດໆ Telnet: ແມ່ນລະບົບທີ່ອະນຸຍາດໃຫ້ຜູ້ໃຊ້ເຂົ້າສູ່ລະບົບຄອມພິວເຕີຂອງຕົນ ໂດຍການປ້ອນທີ່ຢູ່ທີ່ຖືກອະນຸຍາດໃຫ້ສາມາດເຂົ້າໃຊ້ໄດ້. 11/22/2018 ອຈ. ອາມອນ ຈັນທະພາວົງ

11 WWW: World Wide Web www ເປັນບໍລິການນຶ່ງທີ່ມີຢູ່ໃນ Internet ເພື່ອເຮັດໃຫ້ການໃຊ້ວຽກ Internet ງ່າຍຂື້ນ. ເປັນການສະແດງເອກະສານທີ່ຢູ່ໃນຮູບສື່ປະສົມ (Multimedia) ທີ່ເອີ້ນວ່າ Web Page ທີ່ປະກອບດ້ວຍຂໍ້ຄວາມ, ຮູບພາບ, ສຽງ, ພາບເຄື່ອນໄຫວ, ວີດີໂອ ແລະ Hypertext. 11/22/2018 ອຈ. ອາມອນ ຈັນທະພາວົງ

12 ສ່ວນປະກອບຂອງ WWW Web site ຫຼື Web server ເປັນແຫຼ່ງຂໍ້ມູນ ຫຼື ທີ່ຢູ່ຂອງ Web page Program Web server ສໍາລັບປະຕິບັດການສົ່ງຂໍ້ມູນຕາມຄວາມຕ້ອງການຂອງ Web Browser. Web Browser ຫຼື Web Client ມີໜ້າທີ່ເຂົ້າສູ່ WWW ເພື່ອເປີດເບິ່ງ Web Page ໃນ Web sites. Web Document ຈະຖືກສົ່ງຈາກ Web server ໄປໃຫ້ Browser ແລ້ວ Browser ແປງເປັນ Web page. Protocol HTTL(Hypertext Transfer Protocol) ສໍາລັບໃຫ້ Web server ແລະ Web Browser ເຂົ້າໃຈກັນ ແລະ ສາມາດສົ່ງຂໍ້ມູນຂ່າວສານຫາກັນໄດ້. 11/22/2018 ອຈ. ອາມອນ ຈັນທະພາວົງ

13 ຜົນປະໂຫຍດຈາກ WWW WWW ແມ່ນໝາກຫົວໃຈຂອງທຸລະກິດໃນການນໍາໃຊ້ Internet ຍ້ອນວ່າມັນໄດ້ໃຫ້ຄວາມສະດວກຫຼາຍທີ່ສຸດໃນການຄົ້ນຫາຂ່າວສານຂໍ້ມູນຈາກຫຼາຍໆສິບລ້ານ Web sites ແລະ ໃນແຕ່ລະອາທິດຈະມີປະ ມານ 4 ແສນກວ່າ Web sites ໃໝ່ເກີດຂື້ນໃນທົ່ວໂລກ. ແຕ່ລະ Web site ຈະມີເຄື່ອງມືເອີ້ນວ່າ Search Engines ເພື່ອໃຊ້ໃນການຄົ້ນຫາຂໍ້ມູນຂ່າວສານດ້ວຍ Web site ດັ່ງກ່າວເຊັ່ນ: ບາງ Search sites ທີ່ຄວນຮູ້ມີ about.com, altawista.com, askjeevees.cm, excite.com, lycos.com, yahoo.com, google.com 11/22/2018 ອຈ. ອາມອນ ຈັນທະພາວົງ

14 8.1.4 Intranets ແລະ Extranets
Intranets: ເປັນລະບົບເຄືອຂ່າຍທີ່ໃຊ້ພາຍໃນຂອງແຕ່ລະບໍລິ ສັດ ຫຼື ອົງກອນ (ເຄືອຂ່າຍເອກະຊົນ), Intranet ມີຂອບເຂດບໍ່ກວ້າງຫຼາຍ ຫຼື ເປັນພຽງລະບົບເຄືອຂ່າຍນ້ອຍໆກໍໄດ້. ຜູ້ໃຊ້ຈະແມ່ນພະນັກງານພາຍໃນອົງກອນ Intranet ມີລະບົບປ້ອງກັນການເຂົ້າໃຊ້ຂອງຄົນພາຍນອກດ້ວຍການຕິດຕັ້ງ Firewalls ເຊິ່ງເປັນຮາດແວ ແລະ ຊັອບແວ ທີ່ວາງຢູ່ລະຫວ່າງກາງເຄືອຂ່າຍພາຍໃນ ແລະ ເຄືອຂ່າຍພາຍນອກ. 11/22/2018 ອຈ. ອາມອນ ຈັນທະພາວົງ

15 Extranets ເປັນລະບົບເຄືອຂ່າຍທີ່ໃຊ້ພາຍໃນຂອງແຕ່ລະບໍລິສັດ ຫຼື ອົງກອນ ແລະ ອະນຸຍາດໃຫ້ບຸກຄົນພາຍນອກເຂົ້າໄປໃຊ້ໃນລັກສະ ນະຈໍາກັດ. ບຸກຄົນພາຍນອກຈະເຂົ້າສູ່ເຄືອຂ່າຍນີ້ໄດ້ຕ້ອງໄດ້ລົງ ທະບຽນເປັນສະມາຊິກ ໂດຍການກໍານົດຊື່ ແລະ ລະຫັດຜ່ານ ຈຶ່ງຈະສາມາດຜ່ານ Firewalls ເຂົ້າໄປໄດ້ Extranets ມີປະໂຫຍດສໍາລັບການເຊື່ອມອົງກອນກັບລູກຄ້າ ຫຼື ອົງກອນກັບຄູ່ຮ່ວມທຸລະກິດດ້ວຍກັນ. 11/22/2018 ອຈ. ອາມອນ ຈັນທະພາວົງ

16 8.1.5 ປະໂຫຍດຂອງ Intranets ທີ່ມີຕໍ່ອົງກອນ
ສາມາດເຊື່ອມຕໍ່ໂລກາພິວັດ ຫຼຸດຜ່ອນການໃຊ້ຈ່າຍໃນການຕິດຕໍ່ສື່ສານ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນການຊື້-ຂາຍ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະສານງານໃນສະຖານທີ່ຫ່າງໄກ ໃຫ້ຄວາມສາມາດໃນການໂຕ້ຕອບກັບລູກຄ້າ ແລະ ສ້າງຄວາມເຂົ້າໃຈກັບລູກຄ້າໄດ້ໄວ ເພີ່ມທະວີໃນການແຈກຢາຍຄວາມຮູ້ 11/22/2018 ອຈ. ອາມອນ ຈັນທະພາວົງ

17 8.2 ອິນເຕີເນັດ ແລະການຄ້າແບບເອເລັກໂທຣນິກ (The Internet and Electronic Commerce)
11/22/2018 ອຈ. ອາມອນ ຈັນທະພາວົງ

18 8.2.1 ຕົວແບບທຸລະກິດດ້ວຍ Internet
ມີຫຼາຍໆທຸລະກິດໄດ້ນໍາໃຊ້ຕົວແບບໃໝ່ໃນການດໍາເນີນທຸລະກິດເຊັ່ນ: ນໍາໃຊ້ Web page ເປັນບ່ອນໂຄສະ ນາສິນຄ້າ/ຜົນຜະລິດຂອງບໍສັດ ແລະ ເປັນການຕິດຕໍ່ຊື້ຂາຍໂດຍກົງກັບລູກຄ້າ ໂດຍນໍາໃຊ້ Web Browser. ເຊັ່ນ: LeePlower.com Amazon.com 11/22/2018 ອຈ. ອາມອນ ຈັນທະພາວົງ

19 8.2.2 ການຄ້າແບບເອເລັກໂທຣນິກລະຫວ່າງທຸລະກິດກັບທຸລະກິດ: ປະສິດຕິຜົນ ແລະ ການພົວພັນໃໝ່ (Business to Business Electronic Commerce: New Efficiencies and Relationships) ການດໍາເນີນການຄ້າແບບເອເລັກໂທຣນິກໃນເມື່ອກ່ອນເພິ່ນໃຊ້ EDI ເພື່ອແລກປ່ຽນຂໍ້ມູນຂ່າວສານລະຫວ່າງທຸລະກິດດ້ວຍກັນ. ແຕ່ໃນປັດຈຸບັນນີ້ເພີ່ນໃຊ້ Web site ແລະ Extranets ເພື່ອການສື່ ສານ ແລະ ຊື້ຂາຍລະຫວ່າງທຸລະກິດກັບທຸລະກິດ. ການດໍາເນີນທຸລະກິດແບບນີ້ຈະເຮັດໃຫ້ນັກທຸລະກິດໄດ້ຮູ້ຈັກກັນຫຼາຍຂື້ນ ແລະ ມີຄວາມສະດວກສະບາຍໃນການຊອກຫາບໍລິສັດຜູ້ຜະລິດ, ຕົວແທນຈໍາໜ່າຍ, ບໍລິສັດສະໜອງວັດຖຸດິບ ແລະ ອຸປະກອນອື່ນໆໃຫ້ບໍລິສັດຂອງຕົນ. 11/22/2018 ອຈ. ອາມອນ ຈັນທະພາວົງ

20 ຂອບໃຈ 11/22/2018 ອຈ. ອາມອນ ຈັນທະພາວົງ


Download ppt "11/22/2018 ບົດທີ8: ອິນເຕີເນັດ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (The Internet Electronic Commerce and Electronic Business) ອິນເຕີເນັດໄດ້ສ້າງໂອກາດທີ່ໜ້າສົນໃຈຕ່າງໆໃນການຈັດຕັ້ງ."

Similar presentations


Ads by Google