Presentation is loading. Please wait.

Presentation is loading. Please wait.

ບົດທີ7 ການຕິດຕໍ່ສື່ສານ ແລະ ເຄືອຂ່າຍ(Communications and Network)

Similar presentations


Presentation on theme: "ບົດທີ7 ການຕິດຕໍ່ສື່ສານ ແລະ ເຄືອຂ່າຍ(Communications and Network)"— Presentation transcript:

1 ບົດທີ7 ການຕິດຕໍ່ສື່ສານ ແລະ ເຄືອຂ່າຍ(Communications and Network)
2/5/2019 ບົດທີ7 ການຕິດຕໍ່ສື່ສານ ແລະ ເຄືອຂ່າຍ(Communications and Network) ການຕິດຕໍ່ສື່ສານ ແລະ ເຄືອຂ່າຍໄດ້ກາຍເປັນປັດ ໃຈພື້ນຖານທີ່ສໍາຄັນຂອງການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ. 2/5/2019 ອຈ. ອາມອນ ຈັນທະພາວົງ

2 ເນື້ອໃນຂອງບົດຮຽນ 7.1 ການປະຕິວັດດ້ານສື່ສານໂທລະຄົມ (The Telecommunication Revolution) ການລວມຕົວກັນຂອງຄອມພິວເຕີ ແລະ ການຕິດຕໍ່ສື່ສານ (The Marriage of Computers and Communications) ຊຸບເປີຮາຍເວຂ່າວສານຂໍ້ມູນ (The Information Super highway) 7.2 ສ່ວນປະກອບ ແລະ ໜ້າທີ່ຂອງລະບົບໂທລະຄົມມະນາຄົມ (Components and Functions of a Telecommunication Systems) ສ່ວນປະກອບຂອງລະບົບໂທລະຄົມມະນາຄົມ(Telecommunications System Components) 2/5/2019 ອຈ. ອາມອນ ຈັນທະພາວົງ

3 ເນື້ອໃນຂອງບົດ(ຕໍ່) 7.2.2 ໜ້າທີ່ຂອງລະບົບໂທລະຄົມມະນາຄົມ (Function of Telecommunication Systems) ປະເພດຂອງສັນຍານ: ອານາລັອກ ແລະ ດິຈິດຕອນ (Types of Signal: Analog and Digital) ຊ່ອງສື່ສານ (Communication Channels) 7.3 ເຄືອຂ່າຍການສື່ສານ (Communication Network) ຮູບແບບຂອງເຄືອຂ່າຍ (Network Topologies) ຕູ້ສາຂາ ແລະ ເຄືອຂ່າຍພື້ນທີ່ (Private Branch Exchange PBX and Local Area Network LAN) ເຄືອຂ່າຍພື້ນທີ່ກວ້າງ (Wide Area Network) 7.4 ເທັກໂນໂລຊີ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (Electronic Commerce and Electronic Business Technology) 2/5/2019 ອຈ. ອາມອນ ຈັນທະພາວົງ

4 7.1 ການປະຕິວັດດ້ານສື່ສານໂທລະຄົມ (The Telecommunication Revolution)
ໃນຍຸກເທັກໂນໂລຊີຂ່າວສານຂໍ້ມູນ, ການສື່ສານທາງ ຂ່າວສານຂໍ້ມູນໄດ້ຖືກພັດທະນາຂື້ນຢ່າງວ່ອງໄວ. ຈາກການສົ່ງສຽງຕິດຕໍ່ກັນຜ່ານສາຍໂທລະສັບ ໄດ້ເກີດມີການຕິດຕໍ່ກັນໂດຍການສົ່ງສັນຍານດີຈິດຕອນ ໂດຍຜ່ານຄອມ ພິວເຕີ. 2/5/2019 ອຈ. ອາມອນ ຈັນທະພາວົງ

5 7.1.1 ການລວມຕົວກັນຂອງຄອມພິວເຕີ ແລະ ການຕິດຕໍ່ສສານ (The Mariage of Computers and Communications)
ການຕິດຕໍ່ສື່ສານໂທລະຄົມເຊິ່ງປະກອບມີ: ໄປສະນີ, ໂທລະສັບ, ໂທລະເລກ, ວິທະຍຸ, ໂທລະພາບໄດ້ຖືກບໍລິການທັງພາກລັດ ແລະ ເອກະຊົນ. ປັດຈຸບັນນີ້ໄດ້ມີການແຂ່ງຂັນກັນດໍາເນີນທຸລະກິດດ້ານສື່ສານໂທລະຄົມ ເພື່ອສະໜອງສິນຄ້າ ແລະ ການບໍລິການ ເຊິ່ງປະກອບມີໂທ ລະສັບທ້ອງຖິ່ນ, ໂທລະສັບທາງໄກ, ໂທລະສັບມືຖື, ເຄືອຂ່າຍຂໍ້ມູນ, ໂທ ລະພາບເຄເບິນ, ການສື່ສານຜ່ານດາວທຽມ ແລະ ການບໍລິການ Internet. ບັນຫາຢູ່ທີ່ວ່າຜູ້ຈັດການຈະຕັດສິນໃຈເອົາການບໍລິການ ແລະ ເທັກໂນໂລຊີເຫຼົ່ານີ້ເຂົ້າໃນລະບົບຂ່າວສານຂໍ້ມູນ ຫຼື ບໍ່? 2/5/2019 ອຈ. ອາມອນ ຈັນທະພາວົງ

6 7.1.2 ຊຸບເປີຮາຍເວຂ່າວສານຂໍ້ມູນ (The Information Superhighway)
ແມ່ນການບໍລິການເວັບໄຊທາງເຄືອຂ່າຍແບບດິຈິດຕອນຄວາມໄວສູງ ທີ່ສາມາດຈັດການບໍລິການທາງດ້ານຂ່າວສານຂໍ້ມູນກ່ຽວກັບການສຶກສາ, ການຄົ້ນຄວ້າ, ການໂຄສະນາສິນຄ້າ, ຫຸ້ນສ່ວນບໍລິສັດ, ການຂາຍເຄື່ອງ ແລະ ການບັນເທິງໃຫ້ແກ່ອົງກອນ, ວິສະຫະກິດ ແລະ ຜູ້ຊົມໃຊ້ທົ່ວໆໄປ. ການນໍາໃຊ້ຊຸບເປີຮາຍເວຂ່າວສານຂໍ້ມູນຈະມີຜົນກະທົບຢ່າງເລິກເຊິ່ງຕໍ່ກັບເສດຖະກິດ ແລະ ສັງຄົມ. ເພາະມັນໄດ້ສະໜອງວິທີໃໝ່ໆໃນການບໍລິຫານອົງກອນ ແລະ ບຸກຄົນທົ່ວໄປໃນການຮັບ ແລະ ສົ່ງຂ່າວສານຂໍ້ມູນ. 2/5/2019 ອຈ. ອາມອນ ຈັນທະພາວົງ

7 7.2 ສ່ວນປະກອບ ແລະ ໜ້າທີ່ຂອງລະບົບໂທລະຄົມມະນາຄົມ (Components and Functions of a Telecommunications Systems) ລະບົບໂທລະຄົມມະນາຄົມນຶ່ງແມ່ນກຸ່ມຂອງຊອບແວ ແລະ ຮາດແວທີ່ຖືກຈັດເຂົ້າກັນ ເພື່ອຈຸດປະສົງໃນການສື່ສານຂ່າວສານຂໍ້ມູນປະເພດ ຂໍ້ຄວາມ, ສຽງ, ຮູບພາບ ຫຼື ສັນຍານວີດີໂອຈາກ ສະຖານທີ່ນຶ່ງໄປຫາອີກສະຖານທີ່ນຶ່ງ. ດັ່ງນັ້ນຈຶ່ງມີຫຼາຍສ່ວນປະກອບດ້ວຍກັນ. 2/5/2019 ອຈ. ອາມອນ ຈັນທະພາວົງ

8 7.2.1 ສ່ວນປະກອບຂອງລະບົບໂທລະຄົມມະນາຄົມ (Telecommunications System Components)
ສ່ວນປະກອບຂອງລະບົບໂທລະຄົມມະນາຄົມມີດັ່ງນີ້: ຄອມພິວເຕີສໍາລັບການປະມວນຜົນ ແລະ ເກັບຮັກສາຂໍ້ມູນ. ຄອມພິວເຕີສໍາລັບຮັບ ແລະ ສົ່ງຂໍ້ມູນ (Terminals). ຊ່ອງສື່ສານ (Communications channels) ທີ່ເຊື່ອມຕໍ່ລະຫວ່າງອຸປະ ກອນຮັບ ແລະ ສົ່ງຂໍ້ມູນຂ່າວສານ. ຕົວຜັນປ່ຽນຮູບແບບຂໍ້ມູນຂ່າວສານ (Modem), ຕົວແຈກ (Multiplexer) ແລະ ຕົວປະມວນຜົນຕົ້ນທາງ-ປາຍທາງ (Front-End Processors). ຊອບແວການສື່ສານທີ່ໃຊ້ຄວບຄຸມການເຄື່ອນໄຫວຕ່າງໆຂອງຂໍ້ມູນທີ່ປ້ອນເຂົ້າ ແລະ ການສະແດງຜົນ. 2/5/2019 ອຈ. ອາມອນ ຈັນທະພາວົງ

9 7.2.2 ໜ້າທີ່ຂອງລະບົບໂທລະຄົມມະນາຄົມ (Function of Telecommunication Systems)
ເພື່ອສົ່ງ ແລະ ຮັບຂ່າວສານຂໍ້ມູນຈາກສະຖານທີ່ນຶ່ງໄປຫາສະ ຖານທີ່ນຶ່ງດ້ວຍຄວາມຮັບຜິດຊອບສູງ. ດັ່ງນັ້ນຈຶ່ງມີຫຼາຍວຽກຄື: ສ້າງການເຊື່ອມຕໍ່ລະຫວ່າງຜູ້ສົ່ງ ແລະ ຜູ້ຮັບ ຈໍລະຈອນໄປຕາມເສັ້ນທາງທີ່ມີປະສິດທິຜົນສູງ ທໍາການປະມວນຜົນເບື້ອງຕົ້ນ ເຮັດໜ້າທີ່ເປັນບັນນາທິການ (ກວດສອບຄວາມຜິດພາດ, ການຜັນປ່ຽນຮູບແບບຂໍ້ມູນ, ຄວາມໄວໃນການສົ່ງ…) ຄວບຄຸມກະແສການໄຫຼຂອງຂ່າວສານຂໍ້ມູນ 2/5/2019 ອຈ. ອາມອນ ຈັນທະພາວົງ

10 7.2.3 ປະເພດຂອງສັນຍານ: ອານາລັອກ ແລະ ດິຈິດຕອນ (Types of Signal: Analog and Digital)
ຂ່າວສານຂໍ້ມູນທີ່ຈໍລະຈອນຢູ່ໃນລະບົບໂທລະຄົມມະນາຄົມພາຍໃຕ້ຮູບແບບສັນຍານໄຟຟ້າແມ່ເຫຼັກ ເຊິ່ງຖືກຈັດແບ່ງອອກເປັນສອງປະເພດຄື: ສັນຍານອານາລັອກຖືກນໍາໃຊ້ໃນການນໍາສົ່ງຄື້ນສຽງ ເຊິ່ງມີຄວາມຖີ່ ແລະ ໄລຍະປ່ຽນມີລັກສະນະຕໍ່ເນື່ອງ. ສັນຍານດີຈິດຕອນມີຮູບແບບຂອງຄື້ນທີ່ມີລັກສະນະບໍ່ຕໍ່ເນື່ອງ. ນໍາໃຊ້ສອງພາວະຂອງການສົ່ງຄື້ນຄື: bit 1 ແລະ bit 0 ເຊິ່ງສະແດງດ້ວຍການເປີດ-ປິດ ຂອງຈັງຫວະເຕັ້ນ, ເພີ່ນໃຊ້ Modem ໃນການຜັນປ່ຽນສັນຍານດັ່ງກ່າວ. 2/5/2019 ອຈ. ອາມອນ ຈັນທະພາວົງ

11 7.2.4 ຊ່ອງສື່ສານ (Communication Channels)
ແມ່ນພາຫະນະຂອງການນໍາສິ່ງຂອງຂໍ້ມູນຈາກອຸປະກອນ ນຶ່ງຂອງເຄືອຂ່າຍໄປຫາອຸປະກອນອື່ນ. ສາຍສື່ທີ່ໃຊ້ໃນການສົ່ງແຕ່ລະຊ່ອງອາດແຕກຕ່າງກັນ ຂື້ນກັບຄວາມເໝາະສົມ ເຊ່ັນ: ສາຍໄຍແກ້ວ, ສາຍກຽວ, ສາຍຮ່ວມແກນ .. ເຊິ່ງແຕ່ລະຊະນິດມີຈຸດດີ ແລະ ຈຸດອ່ອນ ແຕກຕ່າງກັນ. ນອກຈາກນີ້ີ້ຍັງມີການສົ່ງສັນຍານດ້ວຍດາວທຽມ, ໄມໂຄຣເວບ ແລະ ໃນຮູບແບບບໍ່ໃຊ້ສາຍອື່ນໆ. 2/5/2019 ອຈ. ອາມອນ ຈັນທະພາວົງ

12 ສາຍຊຊະນິດຕ່າງໆ ¦¾¨¡É¼¸£øÈ Coaxial Shielded TP 2/5/2019
ອຈ. ອາມອນ ຈັນທະພາວົງ

13 7.3 ເຄືອຂ່າຍການສສານ (Communication Network)
ການສ້າງເຄືອຂ່າຍໂທລະຄົມມະນາຄົມມີຫຼາຍຮູບແບບທີ່ແຕກຕ່າງກັນ. ການຈັດວາງຮູບແບບແມ່ນຂື້ນກັບພື້ນທີ່ພູມສາດ ຫຼື ຂື້ນກັບຊະນິດການບໍລິການ. 2/5/2019 ອຈ. ອາມອນ ຈັນທະພາວົງ

14 7.3.1 ຮູບແບບຂອງເຄືອຂ່າຍ (Network Topologies)
ການຈັດວາງເຄືອຂ່າຍສາມາດເຮັດໄດ້ຫຼາຍຮູບແບບດັ່ງນີ້: ເຄືອຂ່າຍແບບດາວ ເຄືອຂ່າຍແບບບັດສ ເຄືອຂ່າຍແບບວົງແຫວນ ເຄືອຂ່າຍແບບແບບຫງ່າໄມ້ 2/5/2019 ອຈ. ອາມອນ ຈັນທະພາວົງ

15  ເຄືອຂ່າຍແບບດາວ (Star Topology)
ເປັນລະບົບເຄືອຂ່າຍທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປັດຈຸ ບັນ. ຂໍ້ດີຂອງລະບົບເຄືອຂ່າຍແບບ Star ຖ້າຫາກມີສາຍສັນຍານໃດໜຶ່ງຫາກມີບັນຫາກໍຈະບໍ່ສົ່ງຜົນກະທົບຕໍ່ສາຍສັນຍານອື່ນເພາະ ການຕໍ່ໃນລັກສະນະນີ້ຈະມີ Hub ເປັນອຸປະກອນຕົວກາງໃນການແລກປ່ຽນຂໍ້ມູນລະຫວ່າງເຄື່ອງຄອມພິວເຕີໃນລະບົບ. 2/5/2019 ອຈ. ອາມອນ ຈັນທະພາວົງ

16  ເຄືອຂາຍແບບບັດ (BUS Topology)
ເປັນການນໍາເອົາເຄື່ອງຄອມພິວເຕີມາເຊື່ອມຕໍ່ເປັນລະບົບເຄືອຂ່າຍດ້ວຍສາຍສັນຍານທີ່ຕໍ່ເນື່ອງກັນໄປເລື້ອຍໆ ໂດຍມີຄອນເນັກເຕີເປັນຕົວເຊື່ອມຕໍ່. ລັກສະນະຂອງການສົ່ງ ຫຼື ຮັບຂໍ້ມູນ ຈະເປັນການສົ່ງຂໍ້ມູນເທື່ອລະເຄື່ອງ. ກອນຈະຕິດຕໍ່ກັບລະບົບເຄືອຂ່າຍຈະຕ້ອງກວດສອບໃຫ້ແນ່ໃຈກ່ອນວ່າ Bus ນັ້ນຫວ່າງ ຫຼື ບໍ່. ຖ້າຫາກບໍ່ຫວ່າງກໍບໍ່ສາມາດສົ່ງຂໍ້ມູນອອກໄປໄດ້, ແຕ່ຕ້ອງລໍຖ້າຈັງຫວະ Bus ຫວ່າງເສຍກ່ອນ ເພາະສາຍສັນຍານມີພຽງສາຍດຽວ ແລະ ຂໍ້ມູນບໍ່ສາມາດແລ່ນສວນກັນໄດ້. 2/5/2019 ອຈ. ອາມອນ ຈັນທະພາວົງ

17  ເຄືອຂ່າຍແບບວົງແຫວນ (Ring Topology)
ລັກສະນະຂອງການເຊື່ອມຕໍ່ລະບົບເຄືອຂ່າຍແບບ Ring ແມ່ນການນຳເອົາເຄື່ອງຄອມພິວເຕີມາຕໍ່ເປັນວົງມົນ ເຊິ່ງໃນປະຈຸບັນນີ້ລະບົບການເຊື່ອມຕໍ່ໃນລັກສະນະແບບນີ້ເກືອບຈະບໍ່ມີແລ້ວ. ລັກສະນະຂອງການສົ່ງຂໍ້ມູນຈະຖືກສົ່ງຈາກ Node ໜຶ່ງໄປຍັງອີກ Node ໜຶ່ງ ວົນໄປໃນທິດທາງດຽວກັນເທົ່ານັ້ນ. ການເຮັດວຽກແບບ Ring ນີ້ຈະມີການກວດສອບການຮັບຂໍ້ມູນດ້ວຍວ່າ ຂໍ້ມູນທີ່ສົ່ງໄປນັ້ນເຖິງຜູ້ຮັບ ຫຼື ບໍ່ ຖ້າ Node ພົບຂໍ້ມູນທີ່ຖືກສົ່ງເຖິງຕົນແລ້ວ Node ນັ້ນກໍຈະຄັດລອກຂໍ້ມູນດັ່ງກ່າວ ແລ້ວຈະສົ່ງ Flag ເປັນສັນຍານແຈ້ງກັບໄປຍັງ Node ທີ່ສົ່ງຂໍ້ມູນມາໃນຄວາມໝາຍວ່າຕົນໄດ້ຮັບຂໍ້ມູນແລ້ວ. 2/5/2019 ອຈ. ອາມອນ ຈັນທະພາວົງ

18  ແບບງ່າໄມ້ (Tree Topology)
ເປັນລະບົບເຄືອຂ່າຍທີ່ປະສົມປະສານໂຄງສ້າງເຄືອຂ່າຍແບບຕ່າງໆ ເຂົ້າດ້ວຍກັນ ເປັນເຄືອຂ່າຍຂະໜາດໃຫຍ່. ການສົ່ງຂໍ້ມູນສາ ມາດສົ່ງໄປໄດ້ທຸກສະຖານີ. ການສື່ສານຂໍ້ມູນຈະຜ່ານຕົວກາງໄປຫາສະຖານີອື່ນໆໄດ້ທັງໝົດ. 2/5/2019 ອຈ. ອາມອນ ຈັນທະພາວົງ

19 7.3.2 ຕູ້ສາຂາ (Private Branch Exchange: PBX )
ຕູ້ສາຂາແມ່ນອຸປະກອນທີ່ໃຊ້ໃນການຄຸ້ມຄອງການສົ່ງຂ່າວ ແລະ ເຮັດໜ້າທີ່ຄືກັນກັບເຄື່ອງສົ່ງຂໍ້ມູນຈາກສາຍໂທລະສັບຫຼາຍໆ ສາຍໃນແຕ່ລະວຽກໃນຫ້ອງການໄປຫາສູນໂທລະສັບໃຫຍ່. PBX ທີ່ໃຊ້ສໍາລັບ computer ຈະສົ່ງຂໍ້ ມູນປະເພດດິຈິດຕອນເຊັ່ນ: ສົ່ງຈົດໝາຍເອເລັກໂຕຣນິກ, ສັ່ງພິມອອກທາງເຄື່ອງພິມ. ຕູ້ສາຂາ ສາມາດຕໍ່ເຂົ້າກັບສາຍໂທລະສັບ ແລະ ນໍາໃຊ້ຕໍ່ເຂົ້າໃນເຄືອຂ່າຍທ້ອງຖິ່ນຂອງສໍານັກອົງການໃດໆກໍໄດ້ ຕາມຄວາມຕ້ອງການ. 2/5/2019 ອຈ. ອາມອນ ຈັນທະພາວົງ

20  ເຄືອຂ່າຍພື້ນທີ່ (Local Area Network LAN)
ເປັນລະບົບເຄືອຂ່າຍລະດັບທ້ອງຖິ່ນ ແລະ ລະບົບເຄືອຂ່າຍຂະໜາດນ້ອຍ ທີ່ໃຊ້ໃນການເຊື່ອມໂຍງຄອມພິວເຕີໃນບໍລິເວນໃກ້ຄຽງເຂົ້າກັນໃນໄລຍະທາງບໍ່ເກີນ 10 ກິໂລແມັດເຊັ່ນ: ພາຍໃນຫ້ອງດຽວກັນ ຫຼື ໃນບໍລິສັດດຽວກັນ. ໂດຍທົ່ວໄປລະບົບເຄືອຂ່າຍແບບນີ້ໃຊ້ເພື່ອເຊື່ອມຕໍ່ຄອມພິວເຕີ ເພື່ອແບ່ງປັນໃຊ້ຂໍ້ມູນ ແລະ ອຸປະກອນຮ່ວມກັນເຊັ່ນ: ເຄື່ອງ ພິມ, CD-Rom, File ຂໍ້ມູນ. ມີປະສິດທິພາບໃນການສົ່ງສັນຍານສູງກວ່າ PBX ເພາະມັນໃຊ້ຊ້ວງຄວາມຖີ່ (Banwidth) ສູງກວ່າ. 2/5/2019 ອຈ. ອາມອນ ຈັນທະພາວົງ

21 ເຄືອຂ່າຍລະດັບເມືອງ (Metropolitan Area Network: MAN)
ເປັນເຄືອຂ່າຍທີ່ມີຂະໜາດໃຫຍ່ກວ່າ LAN ໂດຍການ ເຊື່ອມຕໍ່ກັນໃນລະດັບເມືອງ ຫຼື ອາຄານຫຼາຍຫຼັງເຂົ້າດ້ວຍກັນ ໂດຍໃຊ້ສາຍສັນຍານທີ່ມີຄວາມໄວສູງ ເປັນສາຍສັນ ຍານຫຼັກທີ່ໃຊ້ໃນການຮັບ-ສົ່ງຂໍ້ມູນ ແລະ ເຮັດໃຫ້ລະບົບເຄືອຂ່າຍໃນອາຄານຕ່າງໆ ສາມາດເຮັດວຽກດ້ວຍຄວາມໄວສູງ. 2/5/2019 ອຈ. ອາມອນ ຈັນທະພາວົງ

22 7.3.3 ເຄືອຂ່າຍພື້ນທີ່ກວ້າງ (Wide Area Network: WAN)
ແມ່ນເຄືອຂ່າຍທີ່ກວມເອົາພື້ນທີ່ທາງພູມສາດອັນກວ້າງໃຫຍ່ຂອງປະເທດ ຈົນກວມເອົາຮອດທະວີບ. Wan ສາ ມາດໃຊ້ສື່ໃນການສົ່ງຂໍ້ມູນຂ່າວສານຫຼາຍຊະນິດປະສົມປະສານກັນເຊັ່ນ: ສາຍສະຫຼັບ, ສາຍເຊົ່າ, ໄມໂຄຣເວບ ແລະ ດາວທຽມ. ວິສະຫະກິດຂະໜາດໃຫຍ່ອາດຈອງ WAN ໄວ້ໃນການຄອບຄອງ ເພື່ອການບໍລິການ ແລະ ຮັບໃຊ້ວຽກງານວິສະຫະກິດຂອງຕົນ. 2/5/2019 ອຈ. ອາມອນ ຈັນທະພາວົງ

23 2/5/2019 7.4 ເທັກໂນໂລຊີ, ການຄ້າ ແລະ ທຸລະກິດແບບເອເລັກໂທຣນິກ (E-lectronic Commerce and Electronic Business Technology) ໃນການຄ້າແບບເອເລັກໂຕຣນິກເພິ່ນໄດ້ນໍາໃຊ້ບັນດາເທັກໂນໂລຊີຫຼາຍຊະ ນິດເຊັ່ນ: ເພື່ອສົ່ງຈົດໝາຍດ້ວຍຄອມພິວເຕີ, Voice Mail ເພື່ອສົ່ງສຽງ ແລະ ເກັບຮັກສາສຽງໄວ້ໃນຄອມພິວເຕີ Teleconferencing: ເພື່ອການປະຊຸມແບບນໍາໃຊ້ Telegram. Data conferencing: ການປະຊຸມແບບການສົ່ງຂໍ້ມູນ Videoconferencing: ການປະຊຸມໃນຮູບແບບການສົ່ງພາບຖ່າຍວີດີໂອ Groupware: ເພື່ອສະໜັບສະໜູນການເຮັດວຽກແບບລວມໝູ່, ເປັນທິມງານທີ່ຢູ່ຫ່າງໄກກັນ ຫຼື ພາຍໃນບໍລິເວນຕຶກຫຼັງດຽວກັນ. 2/5/2019 ອຈ. ອາມອນ ຈັນທະພາວົງ

24 ການແລກປ່ຽນຂໍ້ມູນທາງເອເລັກໂທຣນິກ ແລະ ການຄ້າທາງເອເລັກໂຕຣນິກ (E-lectronic Data Interchange(EDI) and Electronic Commerce (E-Commerce)) EDI ເປັນຂໍກຸນແຈທີ່ສໍາຄັນສໍາລັບການຄ້າແບບເອເລັກ ໂຕຣນິກ E-Commerce ເປັນການຄ້າຂາຍທີ່ໃຊ້ເຄື່ອງເອເລັກ ໂທຣນິກເຂົ້າມາຊ່ວຍ 2/5/2019 ອຈ. ອາມອນ ຈັນທະພາວົງ


Download ppt "ບົດທີ7 ການຕິດຕໍ່ສື່ສານ ແລະ ເຄືອຂ່າຍ(Communications and Network)"

Similar presentations


Ads by Google