Download presentation
Presentation is loading. Please wait.
1
ຊັອກ (SHOCK)
2
ການທົດສອບເບື້ອງຕົ້ນ (Pretest)
ຄົນເຈັບຜູ້ໜຶ່ງເກີດອຸປະຕິເຫດຍ້ອນຂັບຂີ່ລົດຈັກ. ລາວມີອາການສັບສົນ ແລະ ຄວາມດັນເລືອດຕໍ່າ. ຖາມວ່າສະພາບຂອງລາວແມ່ນ ຊັອກຮູບແບບໃດ? ຮູບແບບຂາດບໍລິມາດໝູນວຽນ (Hypovolemic) ຮູບແບບພະຍາດຫົວໃຈ (Cardiogenic) ຮູບແບບການກະຈາຍຕົວ (Distributive) ຮູບແບບການອຸດຕັນ (Obstructive)
3
ການທົດສອບເບື້ອງຕົ້ນ (Pretest)
ສໍານວນລຸ່ມນີ້ອັນໃດຖືກຕ້ອງກົງກັບ ການຊັອກຍ້ອນຂາດບໍລິມາດໝູນວຽນໃນໄລຍະທໍາອິດ? ຄົນເຈັບອາດມີສະຕິດີ ແລະ ຫ້າວຫັນ. ຄົນເຈັບອາດມີຄວາມດັນເລືອດປົກກະຕິ. ຄົນເຈັບອາດມີຄວາມດັນກໍາມະຈອນຫຼາຍ (ຄວາມດັນເລືອດກວ້າງ). ຄົນເຈັບອາດມີສະພາບບໍ່ສາມາດເຈັບກໍາມະຈອນແອບແອຂາໄດ້. ຄົນເຈັບອາດມີຫົວໃຈຕີໄວ.
4
ການທົດສອບເບື້ອງຕົ້ນ (Pretest)
ແມ່ນອາການສະແດງອັນໃດລຸ່ມນີ້ທີ່ທ່ານອາດຈະພົບເຫັນເວລາກວດກາຮ່າງກາຍໃນຄົນເຈັບທີ່ເປັນ ຊັອກແບບອຸດຕັນ (obstructive shock)? ຄວາມດັນ JVP ສູງ ມີສຽງແຕກໃນເວລາຟັງຜົ້ງເອິກ ສຽງຫາຍໃຈລຸດລົງ ຫົວໃຈຕີໄວ ມີຟອງອາກາດຢູ່ກ້ອງໜັງ (Subcutaneous emphysema)
5
ການທົດສອບເບື້ອງຕົ້ນ (Pretest)
ແມ່ນອັນໃດລຸ່ມນີ້ທີ່ເປັນສາເຫດຂອງການ ຊັອກແບບກະຈາຍ (distributive shock)? ກ້າມຊີ້ນຫົວໃຈຂາດເລືອດ (Myocardial infarction) ໄໝ້ (Burn) ໄຂສັນຫຼັງຖືກບາດເຈັບ (Spinal cord injury) ແພ້ຮຸນແຮງ (Severe allergy / Anaphylaxis) ຊືມເຊື້ອເລືອດ (Sepsis)
6
ການທົດສອບເບື້ອງຕົ້ນ (Pretest)
ຜູ້ຊາຍ ອາຍຸ 70 ປີ ມີປະຫວັດເຈັບເອິກເວລາອອກແຮງ. ໃນການກວດກາຮ່າງກາຍພົບວ່າລາວມີຄວາມດັນ JVP ສູງ, ຟັງຫົວໃຈໄດ້ຍິນສຽງທີ 3(S3), ແລະໄດ້ຍິນສຽງແຕກຢູ່ປອດທັງສອງເບື້ອງ. ອັດຕາຫາຍໃຈ= 30, ກໍາມະຈອນ = 115, ຄວາມດັນເລືອດ = 90/60. ການປີ່ນປົວທີ່ເໝາະສົມມີຄື: ໃຫ້ນໍ້າເຄັມ (NS) 1 ລີດ ເລັ່ງເຂົ້າເສັ້ນເລືອດໄວເທົ່າທີ່ໄວໄດ້ ໃຫ້ອົກຊີ່ແຊນ ໃຫ້ຢາໄລ່ຍ່ຽວ (I.e. Lasix) ໃສ່ທໍ່ລະບາຍຜົ້ງເອິກ ໃຫ້ຢາລຸດຜ່ອນການຕ້ານທານຂອງລະບົບເສັ້ນເລືອດ
7
ການທົດສອບເບື້ອງຕົ້ນ (Pretest)
ຜູ້ຍິງ ອາຍຸ 30 ປີ ມີເລືອດໄຫຼຫຼັງຄອດລູກ. ລາວມີອາການກະວົນກະວາຍ. ອາການຊີວິດມີ: RR=30, BP=90/60, PR=130. ນໍ້າໜັກລາວແມ່ນ 50kg. ການຄຸ້ມຄອງທີ່ເໝາະສົມມີຄື: ໃຫ້ນໍ້າ NS ປະລິມານ ລິດ ທັນທີທັນໃດ ໃຫ້ນໍ້າ D5W ປະລິມານ ລິດ ທັນທີທັນໃດ ໃຫ້ນໍ້າ NS ປະລິມານຢ່າງໜ້ອຍ 4 ລິດ ທັນທີທັນໃດ ຕິດຕາມອາການຊີວິດຢ່າງໃກ້ຊິດ ແລະ ຕິດຕາມນໍ້າຍ່ຽວອອກ ກວດ ແລະ ທົດສອບກຸ່ມເລືອດເພື່ອສົ່ງເລືອດຢ່າງໄວເທົ່າທີ່ຈະໄວໄດ້ ຊອກຫາ ແລະ ປີ່ນປົວສາເຫດຂອງເລືອດໄຫຼ
8
ຊັອກແມ່ນຫຍັງ (What Is Shock?)
9
ຊັອກ (Shock) ຈີວະໃນຮ່າງກາຍບໍ່ໄດ້ຮັບເລືອດຫຼໍ່ລ້ຽງຢ່າງພຽງພໍ (ການນໍາສົ່ງອົກຊີ່ແຊນບໍ່ພຽງພໍ) ຮ່າງກາຍບໍ່ໄດ້ຮັບອົກຊີ່ແຊນຫຼໍ່ລ້ຽງຢ່າງພຽງພໍ, ຫຼື ຈຸລັງບໍ່ສາມາດຮັບເອົາ ອົກຊີ່ແຊນ ຈຸລັງຂາດອົກຊີ່ແຊນ ແລະ ບໍ່ສາມາດເຮັດໜ້າທີ່ການໄດ້
10
ສະລິລະພະຍາດຂອງ ຊັອກ CO = HR X SV
Cardiac Output (CO) ແມ່ນປະລິມານເລືອດທີ່ຫົວໃຈບີບອອກຈາກຫົວໃຈໃນເວລາ 1 ນາທີ CO = HR X SV HR = Heart rate (ເທື່ອຕໍ່ນາທີ) SV = Stroke volume (ປະລິມານເລືອດທີ່ສີດອອກຈາກຫົວໃນຕໍ່ເທື່ອ)
11
SVR = Systemic vascular resistance
ສະລິລະພະຍາດຂອງ ຊັອກ Mean Arterial Pressure (MAP) ແມ່ນຄວາມດັນເລືອດສະເລ່ຍໃນຄົນຜູ້ໜຶ່ງ MAP (approx) = CO X SVR CO = Cardiac output SVR = Systemic vascular resistance ຖ້າອັນໃດອັນໜຶ່ງລຸດລົງກໍ່ຈະເຮັດໃຫ້ຄວາມດັນເລືອດລຸດລົງເຊັ່ນກັນ
12
ສະລິລະພະຍາດຂອງ ຊັອກ ບໍ່ມີເລືອດໄຫຼວຽນພຽງພໍ ຈຸລັງອຶດຫີວອົກຊີ່ແຊນ ມີການຜະລິດ lactic acid Lactic acidosis Na+ ເຂົ້າສູ່ຈຸລັງຫຼາຍ ຈຸລັງບວມ ການບວມຂອງ mitochondria ຢູ່ໃນຈຸລັງ ເຮັດໃຫ້ metabolism ຢຸດສະຫງັກ ຈຸລັງຕາຍ
13
ສະລິລະວິທະຍາການຕອບໂຕ້
ຮ່າງກາຍມີການຕອບໂຕ້ແນວໃດຕໍ່ພາວະທີ່ການຫຼໍ່ລ້ຽງບໍ່ພຽງພໍ (ບໍ່ມີອົກຊີ່ແຊນພຽງພໍທີ່ຈະລໍາລຽງໄປຫາອະໄວຍະວະທີ່ສໍາຄັນ)?
14
ສະລິລະວິທະຍາການຕອບໂຕ້
ຮ່າງການພະຍາຍາມເພີ່ມ CO ແລະ ເພີ່ມ SVR ເພື່ອເພີ່ມ BP MAP (BP) = CO X SVR
15
ຫົວໃຈເສັ້ນເລືອດມີການຕອບໂຕ້ແນວໃດ
ເພີ່ມອັດຕາການເຕັ້ນຂອງຫົວໃຈ ເສັ້ນເລືອດຮອບນອກຫົດຮັດເຂົ້າ ມີການລັ່ງສານ Adrenalin ເສັ້ນເລືອດໃນສູນກາງໄດ້ຍະຕົວອອກເພື່ອໃຫ້ເລືອດໄຫຼເຂົ້າຫົວໃຈ, ໄຂ່ຫຼັງ, ສະໝອງເພີ່ມຂື້ນ.
16
ການຕອບໂຕ້ຂອງໄຂ່ຫຼັງມີແນວໃດ?
ເພີ່ມການລັ່ງຂອງສານ renin-angiotensin ເພີ່ມການຊືມຊັບທາດ Na+ ຄືນໂດຍໄຂ່ຫຼັງ ເພື່ອເພີ່ມບໍລິມາດເລືອດ ເສັ້ນເລືອດຫົດຮັດ ເພື່ອເພີ່ມລະບົບ systemic SVR
17
Neuroendocrine ມີການຕອບໂຕ້ແນວໃດ?
ລັ່ງສານ ADH ເພີ່ມດູດຊັບນໍ້າຄືນໂດຍໄຂ່ຫຼັງ ເພື່ອເພີ່ມບໍລິມາດເລືອດ
18
ພວກເຮົາຕ້ອງການຫຍັງເພື່ອການກະຈາຍໄຫຼວຽນ?
19
ຄວາມຕ້ອງການເພື່ອການກະຈາຍໄຫຼວຽນ
ການເຮັດໜ້າທີ່ການປໍ້າ (Functioning pump) ຮັບປະກັນຂອງລະບົບເສັ້ນເລືອດ(Intact vascular system) ມີບໍລິມາດພຽງພໍ (Adequate volume) ມີການແລກປ່ຽນອາກາດພຽງພໍ (Adequate air exchange) ** ຖ້າມີການຊຸດໂຊມໃນຈໍານວນໜຶ່ງ ຫຼື ຫຼາຍເງື່ອນໄຂ ຂ້າງເທີງນັ້ນ ຈະພາໃຫ້ ຊັອກ (Failure of any one or more causes SHOCK)
20
ພາວະຊັອກມີຈັກຮູບແບບ?
21
ພາວະຊັອກມີຈັກຮູບແບບ? ຮູບແບບຂາດບໍລິມາດໝູນວຽນ (Hypovolemic)
ຮູບແບບຍ້ອນພະຍາດຫົວໃຈ (Cardiogenic) ຮູບແບບຍ້ອນການກະຈາຍຕົວ (Distributive) ຮູບແບບຍ້ອນການອຸດຕັນ (Obstructive)
22
ຊັອກຍ້ອນຂາດບໍລິມາດໝູນວຽນແມ່ນແນວໃດ?
23
ຊັອກຍ້ອນຂາດບໍລິມາດໝູນວຽນແມ່ນແນວໃດ?
ສູນເສຍ ເລືອດ ຫຼື ປຼາດສ໌ມ່າ (blood or plasma) ລຸດຜ່ອນບໍລິມາດເລືອດໝູນວຽນພາຍໃນເສັ້ນເລືອດ. ສົ່ງຜົນໃຫ້ມີການລຸດຜ່ອນຄວາມດັນໃນການບັນຈຸເລືອດເຂົ້າຫົວໃຈໃນເວລາຫົວໃຈມາຍຕົວ(diastolic filling pressures)
24
ສາເຫດຂອງ Hypovolemic Shock ມີຫຍັງແດ?
25
ສາເຫດຂອງ Hypovolemic Shock ມີຫຍັງແດ?
ສະພາບມີເລືອດໄຫຼ (Hemorrhagic / Bleeding) ການກະທົບ (Trauma) ໃນຜົ້ງທອ້ງ/ ດ້ານຫຼັງເຍື່ອຫຸ້ມທ້ອງ/ ໃນຜົ້ງເອິກ/ ກົກຂາ (Thighs) ເລືອດໄຫຼລະບົບລະລາຍ (GI bleeding) ສະພາບພົວພັນກັບການຖືພາ (Pregnancy related) ສະພາບບໍ່ມີເລືອດໄຫຼ (Non Hemorrhagic ) ສູນເສຍປຼາດສ໌ມ່າ (Plasma Loss) ການຂາດນໍ້າ (Dehydration) ການຮາກ/ ຖອກທ້ອງ/ ອັກເສບກະເພາະລໍາໄສ້(Gastroenteritis) ການກະຈາຍທາດແຫຼວຢູ່ໃນຫວ່າງຈຸລັງ ອັກເສບເຍື່ອຫຸ້ມທ້ອງ ອັກເສບມ້າມຮຸນແຮງ ໄໝ້ ເບົາຫວານຮູບແບບມີ Ketoacidosis
26
Cardiogenic Shock ແມ່ນແນວໃດ?
27
Cardiogenic Shock ແມ່ນແນວໃດ?
ຫົວໃຈຫ້ອງລຸ່ມບໍ່ສາມາດເຮັດໜ້າທີ່ການໄດ້ດີຍ້ອນສູນເສຍການຫົດຮັດຂອງກ້າມຊີ້ນຫົວໃຈ(ການປໍ້າຂອງຫົວໃຈບໍ່ໄດ້ດີ) ສົ່ງຜົນໃຫ້ລຸດຜ່ອນຄວາມດັນໃນການບັນຈຸເລືອດໃນເວລາຫົວໃຈມາຍຕົວ ແລະ ລຸດຜ່ອນບໍລິມາດຢູ່ໃນຫົວໃຈ
28
ສາເຫດຂອງ Cardiogenic Shock ມີແນວໃດ?
29
ສາເຫດຂອງ Cardiogenic Shock ມີແນວໃດ?
ກ້າມຊີ້ນຫົວໃຈຂາດເລືອດ (MI) ພະຍາດກ້າມຊີ້ນຫົວໃຈ (Cardiomyopathy) ພະຍາດວ້ານຫົວໃຈ ການຟົກຊໍ້າຂອງກ້າມຊີ້ນຫົວໃຈ (Myocardial contusion) ຄົນເຈັບອາດສະແດງດ້ວຍອາການ: ຫົວໃຈວາຍ (Congestive Heart Failure) ຫົວໃຈເຕັ້ນບໍ່ສະໝໍ່າສະເໝີ (Arrhythmias)
30
Distributive Shock ແມ່ນແນວໃດ?
31
Distributive Shock ແມ່ນແນວໃດ?
ສູນເສຍການບັນຊາຂອງ vasomotor ສົ່ງຜົນໃຫ້ເສັ້ນເລືອດເຕັ້ນ/ ເສັ້ນເລືອດນິ້ງ ຍະອອກ ຄຸນລັກສະນະສະແດງອອກດ້ວຍການເພີ່ມ cardiac output (ພາຍຫຼັງການທົດແທນນໍ້າ) ແລະ ລຸດຜ່ອນ SVR
32
ສາເຫດຂອງ Distributive Shock ແມ່ນແນວໃດ?
33
ສາເຫດຂອງ Distributive Shock ແມ່ນແນວໃດ?
ຊັອກຍ້ອນຊືມເຊື້ອ (Septic Shock) ເສັ້ນເລືອດຍະອອກ ແລະ ເພີ່ມການຊືມອອກນອກເສັ້ນເລືອດ (ສູນເສຍບໍລິມາດ plasma) ຊັອກຍ້ອນແພ້ຮຸນແຮງ (Anaphylactic Shock) ເສັ້ນເລືອດຍະອອກ ຊັອກຍ້ອນປະສາດ (Neurogenic Shock / Spinal Cord Injury) ສູນເສຍການບັນຊາຂອງ vasomotor(ເສັ້ນເລືອດບໍ່ຫົດຮັດ)
34
Obstructive Shock ແມ່ນແນວໃດ?
35
Obstructive Shock ແມ່ນແນວໃດ?
ການອຸດຕັນການໄຫຼວຽນໃນລະບົບຫົວໃຈ-ເສັ້ນເລືອດ ບໍ່ແມ່ນການສູນເສຍໜ້າທີ່ການຂອງຫົວໃຈຫ້ອງລຸ່ມ ເລືອດບໍ່ສາມາດເຂົ້າສູ່ຫົວໃຈ ມີການເສື່ອມເສຍ diastolic filling ເລືອດບໍ່ສາມາດອອກຈາກຫົວໃຈໄດ້ Afterload ເກີນຫຼາຍ
36
ສາເຫດຂອງ Obstructive Shock ມີແນວໃດ?
37
ສາເຫດຂອງ Obstructive Shock ມີແນວໃດ?
ເສື່ອມເສຍ Diastolic Filling (ລຸດຜ່ອນ preload ຂອງຫົວໃຈຫ້ອງລຸ່ມ) ເຍື່ອຫູ້ມປອດຊືມອາການຮຸນແຮງ (Tension pneumothorax) ເຍື່ອຫຸ້ມຫົວໃຈຊືມນໍ້າ (Cardiac tamponade) Constrictive pericarditis ເສື່ອມເສຍ Systolic Contraction (ເພີ່ມ ventricle afterload) Pulmonary embolism (large) Acute pulmonary hypertension
38
ຜົນກະທົບຂອງຊັອກ ຕໍ່ອະໄວຍະວະຕ່າງໆ ທີ່ມີເລື້ອຍໆ
ທົ່ວລະບົບ (Systemic) ເສັ້ນເລືອດຝອຍຮົ່ວ, ລັ່ງສານ cytokine ຫົວໃຈ-ເສັ້ນເລືອດ (CV) ກົດໜ່ວງໜ້າທີ່ການຂອງຫົວໃຈ, ຫົວໃຈເຕັ້ນບໍ່ສະເໝີ ລະບົບເລືອດ (Hematology) DIC, ພະຍາດປັດໃຈການກ້າມ, ໄຂກະດູກຖືກກົດໜ່ວງ, ເມັດເລືອດນ້ອຍສູນເສຍໜ້າທີ່ການ
39
ຜົນກະທົບຂອງຊັອກ ຕໍ່ອະໄວຍະວະຕ່າງໆ ທີ່ມີເລື້ອຍໆ
ຕັບ (Hepatic) ເພີ່ມ enzymes ຂອງຕັບ, ພະຍາດປັດໃຈການກ້າມ, ຕັບຊຸດໂຊມ ປະສາດ-ຕ່ອມຂັບຍ່ອຍໃນ (Neuroendocrine) ກົດໜ່ວງຕ່ອມເທີງໄຂ່ຫຼັງ, insulin resistance ໄຂ່ຫຼັງ (Renal) ໄຂ່ຫຼັງຖືກບາດເຈັບກະທັນຫັນ, ເພີ່ມ creatinine ແລະ BUN
40
ວິທີການປະເມີນທົ່ວໄປ (General Approach)
ການສໍາຫຼວດເບື້ອງຕົ້ນ A: Airway B: Breathing ກໍານົດ C: Circulation ຟື້ນຟູ D: Disability ຕິດຕາມ E: Exposure ປະຫວັດ ແລະ ການສໍາຫຼວດຂັ້ນສອງ ສືບຕໍ່ຕິດຕາມ/ ກະກຽມການນໍາສົ່ງ 40
41
ການຕິດຕາມ (Monitoring)
ການຕິດຕາມປົກກະຕິ ແລະ ເຮັດຕໍ່ເນື່ອງເປັນສີ່ງທີ່ ສໍາຄັນຫຼາຍ ອັດຕາການຫາຍໃຈ ກໍາມະຈອນ ຄວາມດັນເລືອດ ອຸນຫະພູມ ຕິດຕາມນໍ້າຍ່ຽວອອກ ໃນຜູ້ໃຫຍ່ ຢ່າງໜ້ອຍສຸດຕ້ອງມີຍ່ຽວ 0.5 ml/kg/ຊົ່ວໂມງ ລະດັບຂອງຄວາມຮູ້ສະຕິ (i.e. Glasgow coma scale)
42
ຄວາມຜິດພາດໃນການຄຸ້ມຄອງກໍລະນີຊັອກ ທີ່ມີເລື້ອຍໆ
ການປະເມີນຄົນເຈັບບໍ່ຄົບຖ້ວນ ອາການ ແລະ ການສະແດງ ທີ່ຮ້າຍແຮງ ບໍ່ໄດ້ມີການຈໍາແນກອອກຢ່າງຊັດເຈນ ການດຸແລສຸກເສີນ ແລະ ເໝາະສົມບໍ່ໄດ້ມີການກະກຽມ ການຕິດຕາມຄົນເຈັບບໍ່ໄດ້ເຮັດຢ່າງເປັນປົກກະຕິ 42
43
ປະຫວັດຂອງຄົນເຈັບ ຈະເປັນຕົວບົ່ງບອກເຖີງສາເຫດຂອງການ ຊັອກ
44
ການໝູນວຽນ (Circulation)
ການປະເມີນ ສັງເກດ (Inspect): ສີ (ຈືດມ້ານ / ກໍ່າຊໍ້າ) ອຸນຫະພຸມຂອງຜິວໜັງ ການຍະຕືງຂອງເສັ້ນເລືອດນີ້ງຄໍ ເຍື່ອເມືອກແຫ້ງ ລູບຄໍາ (Palpate: ອັດຕາກໍາມະຈອນ ແລະ ລັກສະນະການເຕັ້ນ (ສົມທຽບກໍາມະຈອນຮອບນອກ ແລະ ກໍາມະຈອນສູນກາງ) ການຄືນສີຂອງຜິວໜັງ/ Skin turgor ທີ່ຕັ້ງຈອມຫົວໃຈ ແລະ ລັກສະນະການເຕັ້ນຂອງຈອມຫົວໃຈ ຟັງ (Auscultate): BP ສຽງຫົວໃຈ/ Extra heart sounds / Murmurs
45
ການໝູນວຽນ (Circulation)
ຈົ່ງຈໍາໄວ້ອາການຂອງຫົວໃຈຊຸດໂຊມ ຫົວໃຈຕີໄວ (Tachycardia) JVP ເພີ່ມຂື້ນ (ບໍ່ຄ່ອຍພົບໃນເດັກອ່ອນທີ່ມີຫົວໃຈຊຸດໂຊມ) ຟັງສຽງແຕກໃນປອດ ຕັບໃຫຍ່ ແລະ ຟັງສຽງພັດຂອງຫົວໃຈ
46
ອາການຂອງຊັອກໃນໄລຍະຕົ້ນ ມີຫຍັງແດ?
47
ຊັອກ ໄລຍະຕົ້ນ ຊັອກໄລຍະຕົ້ນອາດມີ 2-3 ອາການ ຫຼື ອາການສະແດງໃນຄົນໜຸ່ມທີ່ມີສຸຂະພາບແຂງແຮງ ລະບົບຫົວໃຈເສັ້ນເລືອດທີ່ແຂງແຮງ ໄດ້ມີການປັບຕົວທົດແທນ ຄົນເຈັບທີ່ມີອາຍຸສູງແລ້ວຈະມີອາການ ແລະ ອາການສະແດງອອກໄວໃນໄລຍະຕົ້ນ ລະບົບຫົວໃຈເສັ້ນເລືອດມີຄວາມສາມາດ ໃນການປັບຕົວທົດແທນໜ້ອຍກວ່າ
48
ປັບຕົວທົດແທນພາວະ Shock (Early Shock)
ອາການເຕືອນໄລຍະຕົ້ນ ມີຄວາມກັງວົນ ບໍ່ເປັນສຸກ (Anxiousness) ການຄືນສີຜິວຊ້າ ຫົວໃຈເຕັ້ນໄວ ອັດຕາການຫາຍໃຈ ເພີ່ມຂື້ນ ຄວາມດັນເລືອດອາດຍັງປົກກະຕິ ຄວາມດັນເລືອດໜີບເຂົ້າ
49
ການໝູນວຽນ ຄວາມດັນກໍາມະຈອນ
ແມ່ນຄວາມຫ່າງລະຫວ່າງຄວາມດັນເລືອດເບື້ອງເທີງ ແລະ ເບື້ອງລຸ່ມ BP: 120/80 = ຄວາມດັນກໍາມະຈອນແມ່ນ = 40 ໃນຄົນເຈັບໜຸ່ມສາມາດປັບຕົວທົດແທນໃຫ້ cardiac output ຢູ່ໃນສະພາບດີ ໄປຊົ່ວໄລຍະໜຶ່ງ ເຖີງວ່າເຂົາກໍາລັງຈະມີພາວະຊັອກແລ້ວກໍ່ຕາມ ໂດຍ: ເພີ່ມອັດຕາການເຕັ້ນຂອງຫົວໃຈ ຮັກສາຄວາມແຮງຂອງການບີບຮັດຂອງຫົວໃຈຫ້ອງລຸ່ມ ເສັ້ນເລືອດຫົດຮັດ ຄວາມດັນກໍາມະຈອນແຄບແມ່ນ ສີ່ງທີ່ໜ້າກັງວົນ ຄົນເຈັບພະຍາຍາມຮັກສາຄວາມດັນເລືອດເບື້ອງເທີງ ຄວາມດັນເລືອດເບື້ອງລຸ່ມຂອງຄົນເຈັບເລີ່ມເພີ່ມຂື້ນ ຕ້ອງເບີ່ງແຍງຢ່າງໃກ້ສິດໃນຄົນເຈັບທີ່ມີຄວາມດັນກໍາມະຈອນແຄບ ເນື່ອງຈາກຄົນເຈັບອາດມີຫົວໃຈເຕັ້ນໄວ ແລະ ມີຄວາມດັນເລືອດເບື້ອງເທີງປົກກະຕິ, ແຕ່ວ່າເຂົ້າສູ່ພະວາຊັອກຢ່າງໄວວາ.
50
ລະບົບການໃຫ້ຄະແນນການເຕືອນໄລຍະທໍາອິດ (ຜູ້ໃຫຍ່) ຄົນເຈັບທີ່ໄດ້ຄະແນນ 3 ຫ້ອງໃດໜຶ່ງ ຫຼື ໄດ້ຄະແນນລວມ 4 ຫຼື ຫຼາຍກວ່າ ແມ່ນຕ້ອງການການປະເມີນທັນທີ/ເຊີດຊູ/ຕິດຕາມຢ່າງໃກ້ຊິດ ຄະແນນ 3 2 1 ອັດຕາຫາຍໃຈ <10 10-14 15-20 21-30 >30 ອັດຕາຫົວໃຈຕີ <40 40-50 51-100 >130 ຄວາມດັນ systolic <70 71-80 81-100 >200 ປະສາດ CNS SC A V P U ອຸນຫະພູມ <35 35-38 38-39 >39 ມີນໍ້າຍ່ຽວ (ml/kg/ຊົ່ວໂມງ) < 0.5 SC - Sudden confusion / A - Alert / V - responds to voice / P - responds to pain / U - Unresponsive
51
ຈົ່ງຈໍາເອົາໄວ້ (REMEMBER)
ຕິດຕາມຢ່າງໃກ້ຊິດ ອັດຕາກໍາມະຈອນ/ ຄວາມດັນເລືອດ ການມີນໍ້າຍ່ຽວ ລະດັບອີ່ມຕົວຂອງ O2 (ຖ້າເປັນໄປໄດ້)
52
ອາການສະແດງຂອງຊັອກໄລຍະຫຼັງມີແນວໃດ?
53
ສູນເສຍການປັບຕົວທົດແທນພາວະ Shock (Late Shock)
ສະຕິໄດ້ລຸດລົງ ຄວາມດັນເລືອດຕົກ ອ່ອນເພຍ, ກໍາມະຈອນຄ່ອຍ(ອາດຕີຊ້າ) ອ່ອນເພຍ, ປະສິດທິພາບການຫາຍໃຈລຸດລົງ(ອາດຊ້າ) ພາວະຊັອກທີ່ກັບຄືນສູ່ປົກກະຕິບໍ່ໄດ້ ເກີດຂື້ນເມື່ອຮ່າງກາຍບໍ່ສາມາດນໍາສົ່ງອົກຊີ່ແຊນໄປລ້ຽງອະໄວຍະວະຢ່າງພຽງພໍ ແລະ ດົນນານ
54
ການຄຸ້ມຄອງກໍລະນີມີ Hypovolemic Shock
55
ການຕີລາຄາບໍລິມາດເລືອດທີ່ສູນເສຍຈາກເສັ້ນເລືອດກະທັນຫັນ ໃນຜູ້ໃຫຍ່
Class I Shock = ≤15% ບໍລິມາດໄດ້ສູນເສຍ ຍັງບໍ່ມີການປ່ຽນແປງອາການຊີວິດເທື່ອ Class II Shock = 15%-30% ບໍລິມາດໄດ້ສູນເສຍ HR>100, SBP ປົກກະຕິl, ຜິວໜັງເຢັນ/ເຫື່ອຄາຍຄ້າວອອກ Class III Shock = 30%-40% ບໍລິມາດໄດ້ສູນເສຍ HR >>100, SBP < 90, ມີຍ່ຽວໜ້ອຍ, ຄົນເຈັບສັບສົນ Class IV Shock > 40% ບໍລິມາດໄດ້ສູນເສຍ ຄົນເຈັບໃກ້ຈະເສຍຊີວິດ
56
Categories ຂອງ Hypovolemic Shock (ຜູ້ໃຫຍ່)
1 2 3 4 ເລືອດທີ່ເສຍ(ລິດ) < 0.75 > 2.0 ເລືອດທີ່ເສຍ(% ບໍລິມາດ) < 15% % % > 40% ອັດຕາຫາຍໃຈ 14-20 > 35 ຫຼື ຕໍ່າ ອັດຕາຫົວໃຈເຕັ້ນ < 100 > 100 > 120 >140 ຫຼື ຕໍ່າ Systolic BP ປົກກະຕິ ລຸດລົງ ລຸດລົງ + Diastolic BP ເພີ່ມຂື້ນ ຄວາມດັນກໍາມະຈອນ ການຄືນສີຜິວ ຊ້າ ມີນໍ້າຍ່ຽວ (ml/ຊົ່ວໂມງ) >30 5 - 15 ເກືອບບໍ່ມີ ສະພາບສະຕິ ກັງວົນໃຈ ກັງວົນໃຈ/ສັບສົນ ສັບສົນ/ເຫງົາຊືມ
57
ການຕີລາຄາການສູນເສຍເລືອດ
ຄົນເຈັບຜູ້ທີ່ຊັອກໃນ Class I ຫຼື II ທີ່ໃຫ້ນໍ້າ NS ຫຼື RL ແລ້ວມີອາການຄົງທີ່ແມ່ນບໍ່ຕ້ອງການສົ່ງເລືອດ ຄົນເຈັບຜູ້ທີ່ຊັອກໃນ Class III ຫຼື IV ໂດຍປົກກະຕິແມ່ນຕ້ອງການການສົ່ງເລືອດ
58
“ທ່ານໝໍ, ເຮົາບໍ່ສາມາດໄດ້ຍິນສຽງຂອງຄວາມດັນເລືອດ”
ໃນຄົນເຈັບທີ່ຊັອກ, ຍາກຕໍ່ການໄດ້ຍິນສຽງຄວາມດັນເລືອດ ຕ້ອງແນ່ໃຈວ່າສາຍຂອງຜ້າຂອງເຄື່ອງແທກໄດ້ປົກເອົາເສັ້ນເລືອດເຕັ້ນ brachial ເພື່ອໃຫ້ການອ່ານຜົນແນ່ນອນ ໃຫ້ຕີລາຄາໄວໆ: ຖ້າທ່ານສາມາດຈັບ... ກໍາມະຈອນ Femoral, ສະນັ້ນ SBP ແມ່ນ > 50 mmHg ກໍາມະຈອນ Carotid, ສະນັ້ນ SBP ແມ່ນ > 60 mmHg ກໍາມະຈອນ Brachial, ສະນັ້ນ SBP ແມ່ນ > 70 mmHg (SBP= Systolic Blood Pressure)
59
Hypovolemic Shock ຕີລາຄາການເຊີດຊູ(ທົດແທນ)ທາດແຫຼວ
ບໍລິມາດເລືອດໝູນວຽນ: 70 cc/kg ໃນຜູ້ໃຫຍ່ (ຜູ້ຊາຍ) ບໍລິມາດທາດແຫຼວໃນຫວ່າງຈຸ: 2X ບໍລິມາດເລືອດໝູນວຽນ ປະລິມານທາດແຫຼວເກືອບທັງໝົດທີ່ໃຫ້ທາງ IV ໄດ້ໄປຢູ່ໃນຫວ່າງຈຸລັງ ຢ່າງຈະແຈ້ງ 59
60
ຕີລາຄາການທົດແທນບໍລິມາດທາດແຫຼວ (ໃນຜູ້ໃຫຍ່)
ຕີລາຄາບໍລິມາດທີ່ຂາດ ໂດຍການນໍາໃຊ້ອາການຊີວິດ ແລະ ນໍ້າໜັກຄົນເຈັບ ທົດແທນປະລິມານທາດແຫຼວທີ່ຄາດຄະເນວ່າສູນເສຍ ເປັນ 3 ເທົ່າ ຂອງປະລິມານທັງໝົດຂອງ normal saline… ເພື່ອທົດແທນບໍລິມາດສູນເສຍໃນເສັ້ນເລືອດ ແລະ ໃນຫວ່າງຈຸລັງ ຜູ້ຊາຍ ອາຍຸ 60 kg ມີ HR>100, BP = 110/70 ບໍລິມາດໝູນວຽນປົກກະຕິແມ່ນ= 70 cc/kg x 60 kg = 4200 cc 20% ຂອງບໍລິມາດທີ່ສູນເສຍ ອິງຕາມອາການຊີວິດ .20 X 4200 cc = 840 cc ທີ່ຂາດ 840 cc X 3 = 2520 cc ຂອງ ນໍ້າ NS ທີ່ຕ້ອງການ ຄົນເຈັບຕ້ອງການ > 2 ລີດ ຂອງນໍ້າ NS ຫຼື RL
61
ເປັນຫຍັງຈື່ງຄູນ Normal Saline ເປັນ3 ເທົ່າ?
NS ຫຼື RL ເປັນນໍ້າທີ່ດີທີ່ສຸດໃນການທົດແທນບໍລິມາດທີ່ສູນເສຍຍ້ອນວ່ານໍ້າເຫຼົ່ານີ້ແມ່ນ isotonic 2/3 ຂອງນໍ້າ NS ຫຼື RL ໄດ້ອອກໄປນອກເສັ້ນເລືອດໄປຫາສະຖານທີ່ຫວ່າງຈຸລັງ ຕ້ອງໃຫ້ 3 cc ສໍາລັບທຸກໆ 1 cc ນໍ້າທີ່ເສຍໄປ
62
ເປົ້າໝາຍຂອງອາການຊີວິດ
ເປົ້າໝາຍຂອງການທົດແທນນໍ້າ (ເຊີດຊູດ້ວຍນໍ້າ) ມີການລໍ່ລ້ຽງຢູ່ຮອບນອກທີ່ດີ (ຜິວໜັງອົບອຸ່ນ ແລະ ແຫ້ງດີ, ການຄືນສີຜິວ < 2 ວິນາມີ) ຄົນເຈັບຊື່ນ ແລະ ຫ້າວຫັນດີ SBP = 90 ຫຼື ສູງກວ່າ ອັດຕາຫົວໃຈເຕັ້ນ < 100 ມີນໍ້າຍ່ຽວ(ຜູ້ໃຫຍ່): 0.5 cc/kg/ຊົ່ວໂມງ
63
Hypovolemic Shock ໃນເດັກນ້ອຍ
64
ການຕີລາຄາການສູນເສຍທາດແຫຼວໃນເດັກນ້ອຍ
ການຊອກຫາອາການ (1 ຄະແນນໃນແຕ່ລະອັນ): ເດັກມີສະພາບເຈັບ, ຫງ່ວງເຫງົາ ບໍ່ມີນໍ້າຕາ ເຍື່ອເມືອກແຫ້ງ ການຄືນສີຜິວຊ້າ > 2 ວິນາທີ 1 = ເບົາບາງ (1-4%) ຂອງການຂາດນໍ້າ 2 = ປານກາງ (5-9%) ຂອງການຂາດນໍ້າ 3 ຫຼື 4 = ຮ້າຍແຮງ (>10%) ຂອງການຂາດນໍ້າ
65
ການທົດແທນທາດນໍ້າໃນເດັກນ້ອຍ
ຫຼັງຈາກຖາມປະຫວັດ, ກວດກາຮ່າງກາຍ ແລະ ກວດວິເຄາະ; ໃຫ້ແທງ IV ດ້ວຍເຂັມຂະໜາດໃຫຍ່ເທົ່າທີ່ເຮັດໄດ້ ໃຊ້ນໍ້າ NS ຫຼື RL ໃຫ້ປະລິມານ bolus 20 cc/kg ສິດເຂົ້າທັນທີ ຈະເຮັດໃຫ້ອາການດີຂື້ນໄວ ໝາຍຄວາມວ່າ: ຂາດນໍ້າເບົາບາງ ຖ້າເດັກນ້ອຍຕ້ອງການປະລິມານ bolus 20 cc/kg ເທື່ອທີສອງ ຈື່ງເຮັດໃຫ້ອາການດີຂື້ນ ໝາຍຄວາມວ່າແມ່ນ ຂາດນໍ້າປານກາງ ຖ້າໃຫ້ປະລິມານ bolus 20 cc/kg ສອງເທື່ອແລ້ວອາການຍັງບໍ່ດີຂື້ນ ສະແດງເຖີງການຂາດນໍ້າຮ້າຍແຮງ ແລະ/ຫຼື ແມ່ນຊືມເຊື້ອເລືອດ
66
ການທົດແທນນໍ້າໃນເດັກນ້ອຍ
Hypovolemic shock ເກີດຂື້ນຫຼາຍໃນເດັກນ້ອຍຍ້ອນ ຖອກທ້ອງ/ຂາດນໍ້າ. ໃນກໍລະນີຂາດນໍ້າປານກາງ ຫຼື ຂາດນໍ້າຮ້າຍແຮງ ແມ່ນໃຫ້ນໍ້າປະລິມານ boluses ຢ່າງໄວວາທາງ IV ເມື່ອກໍາມະຈອນຊ້າລົງ ຫຼື ການຄືນສີຜິວໄວຂື້ນ: ແມ່ນໃຫ້ນໍ້າ 70 ml/kg ຂອງນໍ້າ RL ຫຼື NS ໃຫ້ໝົດໃນ 5 ຊົ່ວໂມງ ສໍາລັບເດັກອາຍຸ < 1ປີ ໃຫ້ໝົດໃນ 2.5 ຊົ່ວໂມງ ສໍາລັບເດັກອາຍຸ ປີ ໃຫ້ປະເມີນສະພາບຂອງເດັກຄືນທຸກໆຊົ່ວໂມງ ການປັບ ຢອດນໍ້າທາງ IV ແມ່ນອິງໃສ່ສະພາບການຂາດນໍ້າ ແລະ ການດີຂື້ນຂອງເດັກນ້ອຍ
67
ຄ່າອາການຊີວິດປົກກະຕິໃນເດັກນ້ອຍ
ອາຍຸ ອັດຕາຫົວໃຈເຕັ້ນ ອັດຕາຫາຍໃຈ ຄວາມດັນເລືອດເບື້ອງເທີງ < 6 ເດືອນ 25-60 6 ເດືອນ - 2ປີ 2 - 5 ປີ 5 - 7 ປີ ເດັກນ້ອຍຄວນມີຍ່ຽວ > 1 ml/ kg/ ຊົ່ວໂມງ
68
ບັນຫາໃນການແທງເສັ້ນເລືອດໃນເດັກ
ມັນເປັນການຍາກທີ່ຈະເລີ່ມຕົ້ນໃຫ້ IV ໃນເດັກທີ່ຂາດນໍ້າ ພິຈາລະນາ: ແທງເສັ້ນເລືອດນີ້ງ jugular ດ້ານນອກ ແທງເສັ້ນເລືອດນີ້ງ Femoral ແທງສົ່ງນໍ້າເຂົ້າແອ້ກະດູກ ໃນບໍລິເວນສົ້ນເທີງຂອງກະດູກ tibia ດ້ານໃນ.
69
ການຄຸ້ມຄອງກໍລະນີເປັນ Cardiogenic Shock
70
ອາການ ແລະ ການສະແດງຂອງCardiogenic Shock
ຄົນເຈັບອາດມາດ້ວຍອາການເຈັບເອິກຍ້ອນກ້າມຊີ້ນຫົວໃຈຂາດເລືອດ(MI) ຫຼື ມີປະຫວັດພະຍາດຂອງ ຫົວໃຈ-ເສັ້ນເລືອດ SBP, cardiac output (CO), ການອີ່ມຕົວຂອງອົກຊີ່ແຊນ ແລະ ການມີຍ່ຽວ ແມ່ນ ຕໍ່າ ອັດຕາຫົວໃຈເຕັ້ນ, ອັດຕາຫາຍໃຈ ແມ່ນ ໄວ ຄົນເຈັບອາດມີອາການຜິວໜັງເຢັນ, ປອດມີສຽງແຕກ, ມີສຽງຫົວໃຈທີ 3 (S3), JVP ສູງ
71
ການຄຸ້ມຄອງ Cardiogenic Shock
ອົກຊີ່ແຊນ: ຖ້າຄວາມອີ່ມຕົວຂອງອົກຊີ່ແຊນບໍ່ດີຂື້ນເມື່ອໄດ້ໃຫ້ອົກຊີ່ແຊນທາງດັງ ແລ້ວ, ໃຫ້ພິຈາລະນາໃສ່ທໍ່ຫາຍໃຈ. ໃຫ້ນໍ້າຢ່າງລະມັດລະວັງ/ ອາດຕ້ອງໃຫ້ຢາໄລ່ຍ່ຽວ ຖ້າແມ່ນຫົວໃຈວາຍແບບອັ່ງ (congestive heart failure) ການບົ່ງມະຕິ: EKG, ລັງສີຜົ້ງເອິກ, Echo (ຖ້າເຮັດໄດ້) ອັດຕາການຕາຍສູງ/ ນໍາສົ່ງຄົນເຈັບ / ຄົນເຈັບອາດຕ້ອງການເຮັດໃຫ້ຄວາມດັນເລືອດເພີ່ມຂື້ນ (Pressors)
72
ຕົວຢ່າງຂອງ Pressors ໃຫ້ dopamine ປະລິມານຕໍ່າ (<10 mcg/kg/ນາທີ)
ເພີ່ມອັດຕາຫົວໃຈເຕັ້ນ ແລະ ຄວາມແຮງການຫົດຮັດ ແລະ ຍະເສັ້ນເລືອດຮອບນອນ CO ໃຫ້ dopamine ປະລິມານສູງ (15-20 mcg/kg/ນາທີ) ເພີ່ມ SVR ໃຫ້ Dobutamine (2-20 mcg/kg/ນາທີ) ເພີ່ມຄວາມແຮງການຫົດຮັດຂອງຫົວໃຈ, ແຕ່ບໍ່ເພີ່ມອັດຕາຫົວໃຈເຕັ້ນ ແລະ SVR ດັ່ງທີ່ມີໃນ dopamine ປົກກະຕິແລ້ວແມ່ນໃຫ້ສົມທົບກັນ
73
Distributive Shock ບັນຫາ: ເສັ້ນເລືອດເຕັ້ນ ແລະ ເສັ້ນເລືອດນິ້ງຍະອອກຮ້າຍແຮງ SVR ຊືມເຊື້ອເລືອດເປັນສາເຫດທີ່ພົບເລື້ອຍໆ ອັດຕາຕາຍແມ່ນ 30-50%, ໂດຍສະເພາະແມ່ນໃນຄົນເຈັບເປັນເດັກນ້ອຍ ແລະ ຜູ້ສູງອາຍຸ
74
ການຄຸ້ມຄອງກໍລະນີເປັນ Septic Shock
ເປົ້າໝາຍ ເຮັດໃຫ້ຄວາມດັນເລືອດເພີ່ມຂື້ນ ແກ້ໄຂພາວະຂາດນໍ້າ ປີ່ນປົວບ່ອນຊືມເຊື້ອ ໃຫ້ປະລິມານ bolus 20ml/kg ຢ່າງໄວວາ ໂດຍໃຊ້ນໍ້າNS ຫຼື RL (1-2 ລິດໃນຜູ້ໃຫຍ່) ພະຍາຍາມຊອກໃຫ້ຮູ້ຈຸດຊືມເຊື້ອ ໃຫ້ຢາຕ້ານເຊື້ອທີ່ມີລິດກວ້າງຂວາງ (i.e. ceftriaxone, gentamicin) ໃຫ້ນໍາສົ່ງຄົນເຈັບຕັ້ງແຕ່ໄລຍະຕົ້ນ ຖ້າອາການບໍ່ດີຂື້ນ (ອາດຕ້ອງການເຮັດໃຫ້ຄວາມດັນເລືອດເພີ່ມຂື້ນ (pressors) ຖ້າຮ້າຍແຮງ)
75
ການຄຸ້ມຄອງກໍລະນີເປັນ Anaphylactic Shock
ໃຫ້ oxygen ໃຫ້ epineprhine / adrenalin 0.5 mg IM ໃຫ້ເພີ່ມເຕີມທຸກໆ 5 ນາທີ ຈົນກວ່າ BP ຈະດີຂື້ນ ໃຫ້ NS ຫຼື RL 20 mg/kg IV bolus ໃຫ້ຢາຕ້ານ histamine (antihistamine) ໃຫ້ IV ໃນໄລຍະຕົ້ນ ສືບຕໍ່ໃຫ້ທາງປາກ po ເປັນເວລາ 48 ຊົ່ວໂມງ ອາດຕ້ອງໃຫ້ຢາ steroids ສົມທົບ 75
76
Obstructive Shock ຕ້ອງປີ່ນປົວສາເຫດ
ເຍື່ອຫຸ້ມປອດຊືມອາກາດຮ້າຍແຮງ(Tension pneumothorax) ຢືນຢັນດ້ວຍການສ່ອງລັງສີຜົ້ງເອິກ ການປີ່ນປົວ: ໃຊ້ເຂັມແທງລະບາຍລົມ/ ໃສ່ທໍ່ຜົ້ງເອິກ ເຍື່ອຫຸ້ມຫົວໃຈຊືມນໍ້າ (Cardiac tamponade) ຢືນຢັນດ້ວຍການເຮັດ Echo ການປີ່ນປົວ: ດູດລະບາຍ (Pericardial tap) Pulmonary embolus ຢືນຢັນດ້ວຍການເຮັດ CT ການປີ່ນປົວ: ໃຫ້ຢາຕ້ານການກ້າມ (Anticoagulation) 76
77
ສະຫຼຸບສັງລວມ (Summary)
ປະຫວັດເປັນສີ່ງຈໍາເປັນທີ່ຈະບົ່ງບອກເຖີງຮູບແບບຂອງຊັອກທີ່ຄົນເຈັບກໍາລັງເປັນຢູ່ ຕ້ອງກວດກາປະເມີນຄົນເຈັບໃຫ້ຄົບຖ້ວນ ໃຫ້ການເຊີດຊູຄົນເຈັບທັນທີທັນໃດ ສືບຕໍ່ການຕິດຕາມຄົນເຈັບ ກະກຽມການນໍາສົ່ງຄົນເຈັບຕັ້ງແຕ່ເບື້ອງຕົ້ນ ຖ້າອາການຄົນເຈັບບໍ່ດີຂື້ນ 77
78
ສະຫຼຸບສັງລວມ (Summary)
ເຊີດຊູ Hypovolemic shock ໃຊ້ເຂັມໃຫຍ່ IV (ເຂັມເບີ 16 ຫຼື 18) / ໃສ່ IV ສອງເສັ້ນ ໃຫ້ 2 ລີດຂອງນໍ້າ isotonic ຢ່າງໄວວາ ພິຈາລະນາການສົ່ງເລືອດ ຄວບຄຸມເລືອດໄຫຼ/ ໂທເຊີນແພດຜ່າຕັດ Cardiogenic shock ໃສ່ນໍ້າດ້ວຍຄວາມລະມັດລະວັງ/ ໃຊ້ຢາເພີ່ມໜ້າທີ່ການຫົວໃຈ/ ໃຫ້ຢາສໍາລັບpulmonary edema Distributive shock Septic shock ໃຫ້ IV ນໍ້າ isotonic bolus ແລະ IV ຢາຕ້ານເຊື້ອ (ທີ່ມີລິດກວ້າງຂວາງ) Anaphylactic shock ໃຫ້ IV ນໍ້າ isotonic bolus ແລະ epinephrine Obstructive shock ປີ່ນປົວສາເຫດ
79
ສະຫຼຸບສັງລວມ (Summary)
Hypovolemic shock ທີ່ພົບເຫັນເລື້ອຍໆ ໃນຄົນໜຸ່ມ ແລະ ເດັກນ້ອຍ, SBP ແມ່ນຕົວຊີ້ວັດໄລຍະທ້າຍຂອງສະພາບບໍລິມາດ Normal Saline ຫຼື Ringer’s Lactate ແມ່ນນໍ້າທີ່ດີທີ່ສຸດໃນການຍອມຮັບກ່ຽວກັບການທົດແທນນໍ້າ (ແມ່ນ isotonic) ບໍ່ໃຫ້ໃຊ້ D5W ໃນການທົດແທນນໍ້າ ໃຫ້ຊອກຫາສາເຫດທີ່ເຮັດໃຫ້ສູນເສຍບໍລິມາດໝູນວຽນໃນຂະນະທີ່ກໍາລັງເຮັດການທົດແທນນໍ້າ. ສັ່ງ ແລະ ກະກຽມເລືອດໄວ້ລ່ວງໜ້າ
80
ສະຫຼຸບສັງລວມ (Summary)
ອາການສະແດງເຖີງໄຊຊະນະໃນການແກ້ໄຂhypovolemic shock: ຕີນ-ມື ອຸ່ນ ສະຕິດີ SBP>90, HR <100 ມີນໍ້າຍ່ຽວ 0.5 cc/kg/ຊົ່ວໂມງ ສໍາລັບຜູ້ໃຫຍ່ ມີນໍ້າຍ່ຽວ 1.0 cc/kg/ຊົ່ວໂມງ ສໍາລັບເດັກນ້ອຍ ສາເຫດຂອງເລືອດໄຫຼ/ ການເສຍນໍ້າໄດ້ຖືກຄົ້ນພົບ ໄດ້ເຮັດການປີ່ນປົວແຊກແຊງໃນການແກ້ໄຂສາເຫດເລືອດອອກ
81
ຄົນເຈັບຊື່ ຄໍາປານ ເພດຊາຍ ອາຍຸ 36 ປີ ເກີດອຸປະຕິເຫດດ້ວຍການຂີ່ລົດຈັກ
ມີອາການເຈັບເອິກ ແລະ ຫາຍໃຈຍາກ RR 35 / PR 120 / BP 110/85 / Temp 37 ຄົນເຈັບຜູ້ນີ້ມີ ຊັອກບໍ? ທ່ານຈະເຮັດແນວໃດ? 81
82
ຄົນເຈັບຊື່ ພູທອງ ເພດຍິງ ອາຍຸ 29 ປີ(G5,P4). ໄດ້ເກີດລູກຢູ່ເຮືອນໄດ້ 4 ຊົ່ວໂມງມາແລ້ວ ລາວຍັງມີເລືອດໄຫຼອອກທາງຊ່ອງຄອດຕະຫຼອດມາ ລາວມີອາການຫງ່ວງເຫງົາ ແລະ ຈືດມ້ານ RR 25 / PR 140 / BP 80/40 / Temp 36.5 ຄົນເຈັບຜູ້ນີ້ມີ ຊັອກບໍ? ທ່ານຈະເຮັດແນວໃດ? 82
83
ຄົນເຈັບຊື່ ນ້ອຍ ເດັກຍິງ ອາຍຸ 11 ເດືອນ ມີອາການເຈັບປ່ວຍໄດ້ 3 ມື້ແລ້ວ
ມີສະພາບກັງວົນ ແລະ ກະວົນກະວາຍ RR 50 / HR 165 / Temp 38 ຄົນເຈັບຜູ້ນີ້ມີ ຊັອກບໍ? ທ່ານຈະເຮັດແນວໃດ?
84
ໃຫ້ທ່ານຕົວຢ່າງຄົນເຈັບທີ່ເປັນ ຊັອກ ແລ້ວທ່ານໄດ້ປີ່ນປົວລາວ
ມີວິທີໃດທີ່ແຕກຕ່າງທີ່ທ່ານໄດ້ເຮັດແລ້ວເຮັດໃຫ້ການດູແລຄົນເຈັບໃຫ້ດີຂື້ນ ຫຼື ຜົນໄດ້ຮັບດີກວ່າ?
85
ແນວຄວາມຄິດ (Ideas) ທ່ານສາມາດປັບປຸງການຄຸ້ມຄອງກໍລະນີຄົນເຈັບທີ່ມີຊັອກແນວໃດ ຢູ່ໃນສະຖານທີ່ບໍລິການຄົນເຈັບຂອງທ່ານ?
86
ການທົດສອບໄລຍະທ້າຍ (Post-test)
ຄົນເຈັບຜູ້ໜຶ່ງໄດ້ເກີດອຸປະຕິເຫດຍ້ອນຂີ່ລົດຈັກ. ລາວມີອາການສັບສົນ ແລະ ຄວາມດັນເລືອດຕໍ່າ. ລາວມີຊັອກຮູບແບບໃດ? Hypovolemic Cardiogenic Distributive Obstructive
87
ການທົດສອບໄລຍະທ້າຍ (Post-test)
ສໍານວນໃດທີ່ກ່ຽວກັບ hypovolemic shock ໄລຍະຕົ້ນ(early) ທີ່ຖືກຕ້ອງ? ຄົນເຈັບອາດສະຕິດີ ແລະ ຫ້າວຫັນດີ. ຄົນເຈັບອາດມີຄວາມດັນເລືອດປົກກະຕິ. ຄົນເຈັບອາດມີຄວາມດັນກໍາມະຈອນກວ້າງ. ຄົນເຈັບອາດມີສະພາບທີ່ບໍ່ສາມາດຄໍາກໍາມະຈອນຢູ່ແອບແອຂາໄດ້ (femoral pulse). ຄົນເຈັບອາດມີຫົວໃຈຕີໄວ.
88
ການທົດສອບໄລຍະທ້າຍ (Post-test)
ອາການໃດລຸ່ມນີ້ທີ່ທ່ານອາດຈະໄດ້ພົບເຫັນໃນເວລາກວດກາຄົນເຈັບທີ່ມີພາວະ obstructive shock? JVP ສູງ ຟັງຜົ້ງເອິກມີສຽງແຕກ ສຽງຫາຍໃຈລຸດລົງ ຫົວໃຈຕີໄວ ມີຟອງອາກາດຢູ່ກ້ອງໜັງ
89
ການທົດສອບໄລຍະທ້າຍ (Post-test)
ອັນໃດລຸ່ມນີ້ທີ່ເປັນສາເຫດຂອງ distributive shock? ກ້າມຊີ້ນຫົວໃຈຂາດເລືອດ (Myocardial infarction) ໄໝ້ (Burn) ໄຂສັນຫຼັງຖືກບາດເຈັບ (Spinal cord injury) ແພ້ຮ້າຍແຮງ (Severe allergy / Anaphylaxis) ຊືມເຊື້ອເລືອດ (Sepsis)
90
ການທົດສອບໄລຍະທ້າຍ (Post-test)
ຜູ້ຊາຍ ອາຍຸ 70 ປີ, ມີປະຫວັດເຈັບເອິກເວລາອອກແຮງ. ໃນການກວດກາພົບວ່າລາວມີ JVP ສູງ, ຫົວໃຈມີສຽງທີ3 (S3), ແລະ ມີສຽງແຕກຢູ່ປອດທັງສອງເບື້ອງ. ລາວມີ RR = 30, PR = 115, BP = 90/60. ການປີ່ນປົວທີ່ເໝາສົມແມ່ນເຮັດ: ໃຫ້ນໍ້າ NS 1 ລີດ bolus ໃຫ້ oxygen ໃຫ້ຢາໄລ່ຍ່ຽວ (I.e. Lasix) ໃສ່ທໍ່ຜົ້ງເອິກ ໃຫ້ຢາເພື່ອລຸດຜ່ອນການຕ້ານຂອງລະບົບເສັ້ນເລືອດ
91
ການທົດສອບໄລຍະທ້າຍ (Post-test)
ຜູ້ຍິງ ອາຍຸ 30 ປີ ມີເລືອດໄຫຼຫຼັງຄອດລູກ. ລາວມີສະພາບກະວົນກະວາຍ. ອາການຊີວິດ: RR=30, BP=90/60, PR=130. ນໍ້າໜັກຂອງລາວແມ່ນ 50kg. ການຄຸ້ມຄອງທີ່ເໝາະສົມແມ່ນເຮັດ: ໃຫ້ນໍ້າ NS ປະລິມານ ລີດ ທັນທີ ໃຫ້ນໍ້າ D5W ປະລິມານ ລີດ ທັນທີ ໃຫ້ນໍ້າ NS ຢ່າງໜ້ອຍ 4 ລິດ ທັນທີ ຕິດຕາມອາການຊີວິດຢ່າງໃກ້ຊິດ ແລະ ຕິດຕາມນໍ້າຍ່ຽວ ເຮັດ Cross-match ເພື່ອສົ່ງເລືອດໃຫ້ໄວເທົ່າທີ່ຈະເຮັດໄດ້ ຊອກຫາ ແລະ ປີ່ນປົວສາເຫດທີ່ເຮັດໃຫ້ເລືອດໄຫຼ
92
ຕັ້ງຄໍາຖາມ (Questions)
Similar presentations
© 2024 SlidePlayer.com. Inc.
All rights reserved.